ເດືອນກັນຍາ 2023

ນັກສຶກສາວິທະຍາໄລວິຊາຊີບສິບສອງປັນນາລຸ້ນທຳອິດເຂົ້າຮຽນ ມ.​ສຸພານຸວົງ

ໃນວັນທີ່​ 26 ກັນຍາ​ 2023​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນຮັບຄະນະນັກສຶກສາຈາກວິທະຍາໄລເຕັກນິກວິຊາຊີບ​ສິບສອງປັນນາ ແຂງຢຸນນານ ສປ ຈີນ​ ຈຳນວນ 15 ຄົນ​ ເພື່ອມາສຶກສາຮຽນຮູ້ພາສາແລະວັດທະນາທຳຂອງລາວ ທີ່ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ​ ໃຫ້ການຕ້ອນຮັບໂດຍ ປອ.​ວົງປະສິດ ຈັນທາຄູນ ຮອງອະທິການບໍດີ​,​ ບັນດາຫົວຫນ້າຫ້ອງການ​ແລະແຂກທີ່ຖືກເຊີນ ເພື່ອເປີດພິທິການຮຽນການສອນໃຫ້ກັບນັກສຶກສາຈີນຢ່າງເປັນທາງການ

ນັກສຶກສາວິທະຍາໄລວິຊາຊີບສິບສອງປັນນາລຸ້ນທຳອິດເຂົ້າຮຽນ ມ.​ສຸພານຸວົງ Read More »

ທ່ານທູດໂປໂລຍຢ້ຽມຢາມມະຫາວິທະຍາໄລສຸພານຸວົງ

ໃນວັນທີ 25 ກັນຍາ 2023 ທາງຄະນະນໍາ ມະຫາວິທະຍາໄລ ສຸພານຸວົງ ນຳພາໂດຍ ທ່ານ ຮສ. ປທ. ວິລະ ອາໂນລັກ ຮັກສາການອະທິການບໍດີ ໄດ້ຕ້ອນຮັບພະນະທ່ານເອກອັກຄະລັດຖະທູດປະເທດໂປໂລຍ, H.E. Mr. Artur Dmochowski ປະຈຳນະຄອນຫຼວງບາງກອກ ປະເທດໄທ ສູ່ມະຫາວິທະຍາໄລ ສຸພານຸວົງ. ໃນລະຫວ່າງການມາຢ້ຽມຢາມ ທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ສະຖາບັນການສຶກສາຊັ້້ນສູງຕ່າງໆ ໃນປະເທດໂປໂລຍ ໃນອະນາຄົດ.

ທ່ານທູດໂປໂລຍຢ້ຽມຢາມມະຫາວິທະຍາໄລສຸພານຸວົງ Read More »

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນເພື່ອເປັນບ່ອນອີງໃນການຮ່ວມມືດ້ານວິຊາການທີ່ຕິດພັນກັບວຽກ ການຮຽນ-ການສອນ, ການຍົກລະດັບພະນັກງານ ຄູ-ອາຈານ ແລະ ນັກສຶກສາຂອງສອງສະຖາບັນການສຶກສາ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນນໍາໃຊ້ສະເພາະການຮ່ວມມື 02 ຝ່າຍທີ່ໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້: ທັງສອງສະຖາບັນ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການ 1-2ຄັ້ງ/ປີ, ພ້ອມທັງ ການສົ່ງເສີມ ແລະ ນໍາສະເໜີຂໍວິທະຍະຖານະຊ່ວຍ ສທຄ; ​ແລກປ່ຽນສື່ການຮຽນ-ການສອນເປັນຕົ້ນແມ່ນ ປຶ້ມຕໍາລາ, ຄູ-ອາຈານສອນໃນບາງວິຊາ, ຝຶກອົບຮົມ ແລະ ວຽກງານຄົ້ນຄວ້າວິທະຍາສາດ; ຮ່ວມກັນຊຸກຍູ້ສົ່ງເສີມການຝຶກງານຕົວຈິງໃນການນໍາໃຊ້ໂປຣແກມຈໍາລອງຕ່າງໆ ເຊັ່ນ: ໂປຣແກມສະມາດແບັງ, ໂປຣແກມບັນຊີວິສາຫະກິດ ແລະ ໂປຣແກມທີ່ກ່ຽວຂ້ອງກັບຫຼັກສູດການຮຽນ-ການສອນໃຫ້ແກ່ນັກສຶກສາຂອງສອງສະຖາບັນ 1-2 ຄັ້ງ/ປີ; ຈັດກິດຈະກໍາແລກປ່ຽນນັກສຶກສາ, 03 ອົງການຈັດຕັ້ງມະຫາຊົນ ແລະ ການເຄື່ອນໄຫວນອກຫຼັກສູດ 1-2 ຄັ້ງ/ປີ.

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ Read More »

Scroll to Top