ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026. Read More »
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026. Read More »
ວັນທີ 24 ກຸມພາ 2025 ທີ່ຫ້ອງປະສານງານ ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີເປີດການຝຶກອົບຮົມ ຄູພາສາຝຮັງສຳຫລັບການທ່ອງທ່ຽວມໍລະດົກ ໃຫ້ກັບພະນັກງານຄູອາຈານ ມະຫາວິທະຍາໄລສຸພານຸວົງ ໃຫ້ກຽດເຂົ້າຮ່ວມເປັປະທານ ທ່ານ ຮສ ວິລະ ອາໂນລັກ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ແລະນັກສຳມະນາກອນ
ພິທີເປີດໂຄງການຝຶກອົບຮົມຄູພາສ່າຝຣັ່ງ ທີ່ ມະຫາວິທະຍາໄລສຸພານຸວົງ Read More »
ວັນທີ 10 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ ວິທະຍາໄລພິດຊະຍະບັນດິດ ປະເທດໄທ ຈຳນວນ 47 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອຟັງການບັນຍາຍ 3 ເລື່ອງດັ່ງນີ້ 1 ລະບົບການປົກຄອງຂອງລາວ 2. ການທ່ອງທ່ຽວເມືອງມໍລະດົກໂລກຫລວງພະບາງ 3. ລະບົບການສຶກສາຂອງ ມສ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ສົມໃຈ ໄພຍະວົງ ຮອງອະທິການບໍ ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍແລະ ນັກສຶກສາປະເທດໄທເຂົ້າຮ່ວມ
ວິທະຍາໄລພິດຊະຍະບັນດິດ ປະເທດໄທ ຈຳນວນ 47 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ Read More »
ໃນວັນທີ 6 ກຸມພາ 2025 ຄະນະກຳມະການຮັບຜິດຊອບຈັດຕັ້ງປະຕິບັດໂຄງການເຝິກອົບຮົມພາສາຝຣັ່ງ ທີ່ ມະຫາວິທະຍາໄລ ສຸພານຸວົງ ໄດ້ປະຊຸມຄົບຄະນະເພື່ອດຳເນິນປະຈິບັດໂຄງການຢ່າງເປັນທາງການ
ຄະນະກຳມະການຮັບຜິດຊອບຈັດຕັ້ງປະຕິບັດໂຄງການເຝິກອົບຮົມພາສາຝຣັ່ງ Read More »
ໃນວັນທີ 18 ມັງກອນ 2025, ເວລາ 10:00 ໂມງ; ທີ່ຫ້ອງປະຊຸມຊັ້ນ 2 ຕຶກສໍານັກງານອະທິການບໍດີ,ໄດ້ຕ້ອນຮັບ ຄະນະຜູ້ແທນຈາກ ວິທະຍາໄລ ຈ່າງເຈຍເຈ້ຍ, ແຂວງຫູນານ, ສປ ຈີນ ຈຳນວນ 10 ທ່ານ ທີ່ເດີນທາງມາ ຢ້ຽມຢາມເພື່ອແລກປ່ຽນບົດຮຽນດ້ານວິຊາການ ຮ່ວມກັບ ມະຫາວິທະຍາໄລ ສຸພານຸວົງ ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ ທ່ານ ຮສ. ວິລະ ອາໂນລັກ ອະທິການບໍດີ, ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ຄະນະຜູ້ແທນຈາກ ວິທະຍາໄລ ຈ່າງເຈຍເຈ້ຍ, ແຂວງຫູນານ, ສປ ຈີນ ຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ Read More »
ວັນທີ 22 ທັນວາ 2024 ທ່ານ ປະລິດຖາ ດວງຈັກ ຕາງ ຫນ້າສະຖານທູດອິດສະຣະເອວປະຈຳຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ວັດປ່າຜາໂອ ເຄື່ອງທີ່ຈະມອບມີດັ່ງນີ້ ກະດານ 18 ແຜ່ນ, ເຟີດຂຽນກະດານ 20 ກັບ, ປື້ມຂຽນ 600ຫົວ ແລະ ສໍດຳ 300ກ້ານ.
ສະຖານທູດອິດສະຣະເອວປະຈຳຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ວັດປ່າຜາໂອ Read More »
ວັນທີ 6 ທັນວາ 2024 ເວລາ 8.30 ນາທີ ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກ ຄະນະນໍາ ຈາກພະແນກສຶກສາແຂວງກວາງຕຸ້ງ ສປ ຈີນ ພ້ອມດ້ວຍຄະນະ ຈໍານວນ 23 ທ່ານ ໄດ້ມາຢ້ຽມຢາມມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອ ພົບປະ ປຶກສາຫາລື ການຮ່ວມມືດ້ານວິຊາການ ຮ່ວມກັບ ມະຫາວິທະຍາໄລ ສຸພານຸວົງ, ໃນວ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມໃຈ ໄພຍະວົງ ຮອງອະທິການບໍດີ ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ໃນວັນຈັນ ວັນທີ 11 ພະຈິກ 2024, ເວລາ 09:00 – 10:30 ໂມງ ທີ່ຫ້ອງ ປະຊຸມຊັ້ນ 2 ຕຶກສໍານັກງານອະທິການບໍດີ, ມະຫາວິທະຍາໄລ ສຸພານຸວົງ, ໄດ້ຕ້ອນຮັບຄະນະນໍາຈາກມະຫາວິທະຍາໄລ ໄທຫງຽນ, ສ ຫວຽດນາມ, ຈໍານວນ 05 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ຈຸດປະສົງ ເພື່ອເສີມຂະ ຫຍາຍການຮ່ວມມື ເປັນຕົ້ນແມ່ນແນໃສ່ໂຄງການເຝິກອົບຮົມໃຫ້ຄູອາຈານ ແລະ ການແລກປ່ຽນນັກສຶກສາ, ການໃຫ້ທຶນການສຶກສາແກ່ຄູອາຈານພາຍໃນມະຫາວິທະຍາໄລ ສຸພານຸວົງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ ວົງປະສິດ ຈັນທະຄູນ ຮອງອະທິການບໍດີ, ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ວັນທີ 31 ຕຸລາ 2024 ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກ ທ່ານ ລີ ຊຶ່ງວອນ, ຮອງເຈົ້ານະຄອນ ເຊຈົງ, ສ.ເກົາຫຼີ ພ້ອມດ້ວຍຄະນະ ເດີນທາງ ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອປຶກສາຫາລືການຮ່ວມມືດ້ານວິຊາການກັບມະຫາວິທະຍາໄລ, ເປັນກຽດ ເຂົ້າຮ່ວມ ໂດຍ ທ່ານ ຮສ ວິລະ ອາໂນລັກ ອະທິການບໍດີ, ມສ. ຄະນະຜູ້ບໍລິຫານການສຶກສາ, ຄະນະຜູ້ແທນຝ່າຍ ສ ເກົາຫຼີ ເຂົ້າຮ່ວມ