ວັນທີ 25 ກັນຍາ (9) ປີ 2024, ເວລາ 3 : 30 ນາທີ ທີ່ ຫ້ອງປະຊຸມນ້ອຍ ຊັ້ນ 2, ຕຶກສໍານັກງານອະທິການບໍດີ, ມສ.ໄດ້ຕ້ອນຮັບຄະນະພັກ ຈໍານວນ 06 ສະຫາຍ ຈາກ ວິທະຍາໄລ ເຕັກນິກວິຊາອາຊີບ ສິບສອງພັນນາ ສປ.ຈີນ ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ຈຸດປະສົງເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ແລະການແລກປ່ຽນນັກສຶກສາ ເປັນກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ. ວົງປະສິດ ຈັນທະຄູນ ຮອງອະທິການບໍດີ, ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ຄະນະພັກ ຈາກ ວິທະຍາໄລ ເຕັກນິກວິຊາອາຊີບ ສິບສອງພັນນາ ສປ.ຈີນ ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ
