ມັງກອນ 2024

ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການ

ໃນວັນທີ 11 ມັງກອນ 2024 ທີ່ຜ່ານມາ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການຂຶ້ນ ຢູ່ທີ່​ຫ້ອງ​ປະ​ຊຸມໂຮງແຮມວັງທອງ, ນະຄອນຫຼວງພະບາງ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ວົງປະສິດ ຈັນທະຄູນ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ທັງເປັນປະທານປະສານງານໂຄງການ. ໂດຍມີຜູ້ເຂົ້າຮ່ວມ 60 ກວ່າທ່ານ ທີ່ມາຈາກບັນດາຄູ່ຮ່ວມໃນປະເທດເອີຣົບ (Belguim, Germany, Poland, Spain, Coatia), ພາກສ່ວນຈາກປະເທດກຳປູເຈຍມີ 3 ມະຫາວິທະຍາໄລ, ແລະ ສປປ ລາວ ມີ 2 ມະຫາວິທະຍາໄລ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກພາກລັດ ແລະ ເອກະຊົນ ລວມທັງນັກສຶກສາຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍ​ໂຄງ​ການດັ່ງກ່າວແມ່ນມຸ່ງເນັ້ນກ່ຽວກັບການພັດທະນາຫຼັກສູດນະວັດຕະກຳການກະເສດທັນສະໄໝ ຜ່ານລະບົບຂໍ້ມູນຂ່າວສານທາງພູມສາດ (ການນຳໃຊ້ໂດຣນສຳຫຼວດ) ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ສຳລັບສະຖາບັນການສຶກສາຊັ້ນສູງ ໃນ […]

ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການ Read More »

ພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ

ວັນທີ 24 ມັງກອນ​ 2024​ ທີສະໂມສອນໃຫຍ່​ ມະຫາວິທະຍາໄລສຸພານຸວົງ​ ໄດ້ມີພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ ເພື່ອເລືອກຕັ້ງເອົາຄະນະບໍລິຫານກຳມະບານຊຸດໃຫມ່, ດັ່ງນັ້ນທາງການພົວພັນຕ່າງປະເທດໄດ້ສົ່ງ​ທ່ານ​ ປະລິດຖາ​ ດວງຈັກ​ ຫົວຫນ້າພະແນກແຜນການແລະຄຸ້ມຄອງໂຄງການ​ ລົງສະມັກເລືອກຕັ້ງເພື່ອຊິງໄຊໃນຄັ້ງນີ້ ຜົນການເລືອກຕັ້ງແມ່ນທ່ານສາມາດຜ່ານສຽງມະຫາຊົນຕິດຫນືງໃນສາມຂອງຄະນະ ເພື່ອເຂົ້າໄປບໍລິຫານຮາກຖານກຳມະບານສຳນັກງານອະທິການບໍດີສຶບຕໍ່ໄປ​ ຂໍຊົມເຊີຍ IRO​ NEWS​ REPORT WWW.IRO-SU.EDU.LA

ພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ Read More »

king mongkul institute of technology Ladkrabang ປະເທດໄທ ຢ້ຽມຢາມມະຫາວິທະຍາໄລສຸພານຸວົງ

ວັນທີ​ 22 ມັງກອນ​2024​ ເວລາ 14.00 ນາທີ.​ ທີ່ຫ້ອງປະຊຸມຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ king mongkul institute of technology Ladkrabang ປະເທດໄທ ນຳໂດຍ Mr. Wiboon PROMPHANICH ເຂົ້າມາຢ້ຽມຢາມມະຫາວິທະຍາໄລສຸພານຸວົງ ເພື່ອປຶກສາຫາຫລື ແລະ​ ແລກປ່ຽນ ທາງດ້ານ​ວິຊາການ​ ຈັດການສຳມະນາ SMART CITY ແລະ ອື່ນໆ​ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ປອ.​ສຸລິເດດ​ ແກ້ວບົວລະເພັດ​ ຮອງອະທິການບໍດີ​ ມສ, ຄະນະບໍດີ, ແຂກຜູ້ມີກຽດ ເຂົ້າຮ່ວມ IRO NEWS​ REPORT WWW.IRO-SU.EDU.LA

king mongkul institute of technology Ladkrabang ປະເທດໄທ ຢ້ຽມຢາມມະຫາວິທະຍາໄລສຸພານຸວົງ Read More »

Seoul national of university ສ. ເກົາຫລີ ມາຢ້ຽມຢາມ ແລະ​ ເຊັນ​ MOD​ ກັບ.​ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 22 ມັງກອນ​ 2024​ ທີ່ຫ້ອງປະຊຸມຊັ້ນ​2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ໄດ້​ຕ້ອນ​ຮັບແຂກ​ມາຈາກ​ Seoul national of university ສ. ເກົາຫລີ ມາຢ້ຽມຢາມ ມະຫາ​ວິທະຍາໄລ​ສຸພານຸວົງ​ ເພື່ອເຊັນບົດບັນທຶກການປຶກສາຫາຫລື (MOD)​ ພາຍໃຕ້ການແລກປ່ຽນຄວາມຮ່ວມມືທາງດ້ານວິຊາການ ການຄົ້ນຄ້ວາວິໄຈ ຄູອາຈານ​ ແລະນັກສຶກສາ ເພື່ອພັດທະນາທັງສອງມະຫາວິທະຍາໄລໃຫ້ໄປສູ່ເປົ້າຫມາຍ ເປັນກຽດ ເຂົ້າ​ຮ່ວມງານ​ໃນຄັ້ງນີ້​ໂດຍ​ ທ່ານ​ ຮສ.​ປທ.​ວິລະ​ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ​ ມສ, ຜູ້ບໍລິຫານ, ແຂກຜູ້ມີກຽດ​ທັງສອງຝ່າຍເຂົ້າຮ່ວມຢ່າງເປັນທາງການ IRO NEWS​ REPORT WWW.IRO-SU.EDU.LA

Seoul national of university ສ. ເກົາຫລີ ມາຢ້ຽມຢາມ ແລະ​ ເຊັນ​ MOD​ ກັບ.​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ຫ້ອງການອົງການ AUF ປະຈຳລາວ​ ປະເທດຝຣັ່ງ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 9 ມັງກອນ​ 20234 ທີ່ຫ້ອງ​ປະຊຸມນ້ອຍຊັ້ນ​2​ສຳນັກງານ​ອະທິການ​ບໍ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນຮັບແຂກ​ ຫ້ອງການອົງການ AUF ປະຈຳລາວ ໄດ້ເຂົ້າມາເຮັດວຽກປຶກສາຫາລື ເລື່ອງການຝືກອົບຮົມວິຊາວິຊີບ ແລະ​ພາສາຝຣັ່ງ​ ໃຫ້ກັບຄູອາຈານ ນັກສຶກສາ​ ໃຫ້ເປັນ ອາຊີບ​ ເພື່ອກ້າວເຂົ້າສູ່ສາກົນ ເປັນເຂົ້າຮ່ວມໂດຍ່ ປອ​ ສຸລິເດດ​ ແກ້ວບົວລະເພັດ​ ຮອງອະທິການບໍດີ​ ມສ, ແລະ​ ທ່ານ ປະລິດຖາ​ ດວງຈັກ​ ເຂົ້າຮ່ວມຢ່າງເປັນທາງການເພື່ອແລກປ່ຽນຄວາມຄິດເຫັນໃນຄັ້ງນີ້ IRO​ NEWS​ REPORT www.iro-su.edu.la

ຫ້ອງການອົງການ AUF ປະຈຳລາວ​ ປະເທດຝຣັ່ງ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ມະຫາ​ວິທະຍາໄລ​ຊຽງໃຫມ່​ ຂໍຕໍເຊັນ​ MOU​ ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 9 ມັງກອນ​ 2024 ທີ່ຫ້ອງປະຊຸມຊັ້ນ​ 2 ສຳນັກງານ​ອະທິການ​ບໍ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ ມະຫາ​ວິທະຍາໄລ​ຊຽງໃຫມ່ ປະເທດໄທ​ ນຳທີມໂດຍ​ prof.Dr. Charing TECHAPUN ຮອງອະທິການບໍດີ ມະຫາ​ວິທະຍາໄລ ຊຽງໃຫມ່​ ເພື່ອມາຢ້ຽມຢາມ ແລະ​ ຂໍຕໍເຊັນ MOU​ ຂະຫຍາຍເວລາການຮ່່ວມມືລະຫວ່າງສອງຝ່າຍໃຫ້ມີຄວາມຫນັກແຫນ້ນຂື້ນຕື່ມ ໃນການແລກປ່ຽນພົບກັນຄັ້ງນີ້ ເປັນກຽດເຂົ້າຮ່ວມໂດຍ​ ຮສ.​ປທ​ ວິລະ​ ອາ​ໂນ​ລັກ​ ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ, ຜູ້ບໍລິຫານ, ແລະ​ ແຂກຜູ້ທີ່ມີກຽດເຂົ້າຮ່ວມຢ່າງເປັນທາງການ IRO​ NEWS​ REPORT WWW.IRO-SU.EDU.LA

ມະຫາ​ວິທະຍາໄລ​ຊຽງໃຫມ່​ ຂໍຕໍເຊັນ​ MOU​ ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ເລື່ອນຂຶ້ນເທິງ