ວັນທີ 20 ກັນຍາ 2024 ທີ່ສະໂມສອນໃຫ່ຍ ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີປະກາດແຕ່ງຕັ້ງ ທ່ານ ສົມໃຈ ໄພຍະວົງ ຄະນະບໍດີ ຄະນະສຶກສາສາດ ຂື້ນເປັນ ທ່ານຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານ ທ່ານ ຮສ ວິລະ ອາໂນລັກ ອະທິການບໍດີ, ມສ. ທ່ານຮອງຫົວຫນ້າກົມຈັດຕັ້ງ ກະຊວງສຶກສາທິການແລະກິລາ, ຮອງອະທິການບໍດີ, ຄະນະບໍດີ, ຫົວຫນ້າຫ້ອງການ, ພະນັກງານຄູອາຈານ ເຂົ້າຮ່ວມ
ທີປະກາດແຕ່ງຕັ້ງທ່ານຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ
