ວັນທີ 14 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ ມະຫາວິທະຍາໄລແຫ່ງຊາດສ້າງຄູຮ່າໂນ້ຍ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນຮ່ວມມືທາງດ້ານວິຊາການກັບຄະນະສຶກສາສາດ ມສ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ກາລະພັດ ກຸນລະໄຊ ຫົວໜ້າຫ້ອງການຈັດຕັ້ງແລະຄຸ້ມຄອງພະນັກງານ ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ ມະຫາວິທະຍາໄລແຫ່ງຊາດສ້າງຄູຮ່າໂນ້ຍ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ
