ການຮ່ວມມື

ມະຫາວິທະຍາໄລ ສຸພານຸວົງ ໄດ້ມີການພົວພັນ ແລະ ຮ່ວມມືກັບບັນດາກະຊວງ, ພະແນກການຕ່າງໆ, ອົງການຈັດຕັ້ງ ທີ່ກ່ຽວຂ້ອງພາຍໃນ, ລວມທັງການພົວພັນຮ່ວມມືກັບສະຖາບັນການສືກສາພາຍໃນ ແລະ ຕ່າງປະເທດ. ມະຫາວິທະຍາໄລ ສຸພານຸວົງ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈທາງດ້ານວິຊາການ (MOU) ຫຼາຍກ່ວາ 60 ສະຖາບັນ ໃນອາຊີ, ເອີຣົບ, ສະຫະລັດອາເມລິກາ. ເນື້ອໃນທາງດ້ານການຮ່ວມມືມີດັ່ງລຸ່ມນີ້:

  1. ການແລກປ່ຽນທຶນການສຶກສາ, ການຄົ້ນຄວ້າວິໄຈ, ຄະນະວິຊາ ແລະ ພະນັກງານ;
  2. ການແລກປ່ຽນນັກສຶກສາ ແລະ ກິດຈະການ;
  3. ການແລກປ່ຽນສິ່ງພິມ, ຂໍ້ມູນທາງດ້ານວິຊາການອື່ນໆທີ່ໜ້າສົນໃຈ;
  4. ການຈັດການຄົ້ນຄ້ວາວິໄຈຮ່ວມກັນ, ນັກວິຊາການ ແລະ ການຈັດປະຊຸມສຳມະນາ ຮ່ວມກັນ ແລະ
  5. ການແລກປ່ຽນດ້ານວິຊາການຕາມການຕົກລົງເຫັນດີຂອງສອງຝ່າຍ.

ເນື່ອງຈາກວ່າ ມະຫາວິທະຍາໄລ ສຸພານຸວົງ ເປັນມະຫາສິທະຍາໄລ ຂອງ ລັດ ກ່ອນການເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານວິຊາການ ກັບ ສະຖາບັນໃດໜຶ່ງ ຂອງ ຕ່າງປະເທດຕ້ອງໄດ້ຮັບການອະນຸມັດຈາກລັດຖະບານ ແຫ່ງ ສປປ ລາວ. ດັ່ງນັ້ນ, ມະຫາວິທະຍາໄລ ສຸພານຸວົງ ຕ້ອງໄດ້ປະກອບເອກະສານຂໍອະນຸມັດຕາມຂັ້ນຕອນດັ່ງລຸ່ມນີ້:

ເອກະສານປະກອບ

ລຸ່ມນີ້ເມ່ນເອກະສານປະກອບການຂໍອະນຸມັກເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ ຈາກ ລັດຖະບານ ແຫ່ງ ສປປ ລາວ:

  • ໜັງສືແຈ້ງເຈດຈຳນົງຈາກສະຖາບັນທີ່ຈະຮ່ວມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ;
  • ບົດບັນທຶກການປະຊຸມ (MOD) ຫຼື ສັນຍາການຮ່ວມມື (MOA) ທີ່ ສອງຝ່າຍໄດ້ເຊັນຮ່ວມກັນ;
  • ບົດລາຍງານກິດຈະກຳການຮ່ວມມືທີ່ທັງສອງຝ່າຍໄດ້ຈັດຕັ້ງປະຕິບັກຮ່ວມກັນມາ;
  • ບົດວິພາກການຮ່ວມື (SWOT);
  • ຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ;
  • ໜັງສືສະເໜີຂໍອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ.

ຂະບວນການຂໍອະນຸມັດ

ຫຼັງຈາກ ມະຫາວິທະຍາໄລ ສຸພານຸວົງ ໄດ້ຮັບໜັງສືແຈ້ງເຈດຈຳນົງຈາກສະຖາບັນທີ່ຈະເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ດ້ານວິຊາການ ແລ້ວ ພະນັກງານຮັບຜິດຊອບວຽກງານສົນທິສັນຍາ ຂອງ ພະແນກຮ່ວມມືສາກົນ ແລະ ຄຸ້ມຄອງໂຄງການ ຈະສຶກສາ, ຮ່າງ ແລະ ດຳເນີນເອກະສານຕ່າງໆລຸ່ມນີ້:

  • ສຶກສາຂໍ້ມູນ ຂອງ ສະຖາບັນຄູ່ຮ່ວມ;
  • ຮ່າງບົດວິພາກການຮ່ວມື (SWOT);
  • ຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ;
  • ຮ່າງໜັງສືສະເໜີຂໍອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ ແລະ ເຊັນໂດຍທ່ານອະທິການບໍດີ ຂອງ ມະຫາວິທະຍາໄລ ສຸພານຸວົງ;
  • ສົ່ງເອະສານທີ່ໄດ້ກ່າວມາຂ້າງເທິງໃຫ້ ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານກົມສຶກສາຊັ້ນສູງ ແລະ ກົມພົວພັນຕ່າງປະເທດ;
  • ຫຼັງຈາກນັ້ນ ເອກະສານຈະຖືກສົ່ງໄປກະຊວງການຕ່າງປະເທດຜ່ານກົມຕ່າງໆທີ່ກ່ຽວຂ້ອງ;
  • ເມື່ອໄດ້ຮັບການພິຈາລະນາແລ້ວ ເອກະສານຈະຖືກສົ່ງກັບມາ ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານກົມຕ່າງໆ ທີ່ກ່ຽວຂ້ອງ ເພື່ອສົ່ງຕໍ່ໃຫ້ກັບ ມະຫາວິທະຍາໄລ ສຸພານຸວົງ.

ບາງກໍລະນີ ເອກະສານຂໍອະນຸມັນແມ່ນຈະຖືກສົ່ງຕໍ່ໃຫ້ຫ້ອງການສຳນັກງານນາຍົກເປັນຜູ້ພິຈາລະນາ. ຕາມປົກກະຕິແລ້ວ ການຂໍອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈແມ່ນໃຊ້ເວລາລະຫວ່າງ 3 ເດືອນ ຫາ 6 ເດືອນ. ເມື່ອໄດ້ຮັບການເຫັນດີຈາກ ລັດຖະບານແລ້ວ ທັງສອງຝ່າຍຕ້ອງຈັດພິທີເຊັນບົດບັນທຶກດັ່ງກ່າວ ແລະ ລາຍງານໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບຊາບພາຍໃນໜຶ່ງເດືອນນັບແຕ່ມື້ໄດ້ຮັບແຈ້ງການ ຈາກ ກະຊວງສຶກສາທິການ ແລະ ກິລາ.

ມະຫາວິທະຍາໄລ ສຸພານຸວົງ ແລະ ສະຖາບັນຄູ່ຮ່ວມຕ້ອງນຳໃຊ້ຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ ແລະ ຮ່າງບົດບັນທຶກກອງປະຊຸມ ຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສ່ວນເນື້ອໃນການຮ່ວມມືແມ່ນແລ້ວແຕ່ ການຕົກລົງເຫັນກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ສະຖາບັນຄູ່ຮ່ວມ.

ຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການ (MOU)

ສະບັບພາສາອັງກິດ

ສະບັບພາສາລາວ

ຮ່າງບົດບັນທຶກກອງປະຊຸມ (MOD)

ສະບັບພາສາອັງກິດ ສະບັບພາສາລາວ

Scroll to Top