ພິທີເຊັນບົດບັນທຶກຄວາມຈຳ MOU ລະຫວ່າງ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ແລະ​ສະຫະພັນກິລາເບສບອນ ແລະ​ ສອຟບອນແຫ່ງ ສປປ ລາວ​

ໃນວັນທີ​ 18 ຕຸລາ​ 2023​ ທີສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ​ 1 ໄດ້ມີພິທີເຊັນບົດບັນທຶກຄວາມຈຳ MOU ລະຫວ່າງ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ແລະ​ສະຫະພັນກິລາເບສບອນ ແລະ​ ສອຟບອນແຫ່ງ ສປປ ລາວ​ 2 ປະກາດສ້າງຕັ້ງກິລາເບສບອນ ມສ.​ ຊື່ວ່າອັດສະວິນແດງ ( RED RIDER) ແຂກທີ່ໃຫ້ກຽດເຂົ້າຮ່ວມເຊັນບົດບັນທຶກຄວາມຈຳຄັ້ງນີ້ໂດຍ 1 ທ່ານ​ ຮສ.​ປອ. ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ ແລະ​ຊອຟບອນ ແຫ່ງຊາດລາວ.​ 2 ທ່ານ​ Lee Man Soo ປະທານ​ມູນນິທິ​ Hulk Foundation.​ 3. ທ່ານ​ ປອ.​ ສຸລິເດດ​ ແກ້ວບົວລະເພັດ​ ຮອງອະທິການບໍດີ​ ມະຫາວິທະຍາໄລສຸພານຸວົງ​ ນອກຈາກນັ້ນກໍ່ມີ ທ່ານຜູ້ບໍລິຫານ ສະຫະພັນເບສບອນ,​ ຄູຝຶກ, ນັກກິລາເບສບອນ,​ ພະນັກງານ- ຄູອາຈານ​ຕະຫລອດຮອດນັກສຶກສາ ພາຍໃນ​ ມສ​ ກໍ່ໃຫ້ກຽດເຂົ້າຮ່ວມ

Scroll to Top