ວິທະຍາໄລ​ພິດຊະຍະບັນດິດ​ ປະເທດ​ໄທ ຈຳນວນ 47 ທ່ານ, ໄດ້​ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ

ວັນທີ​ 10​ ກຸມພາ 2025​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນ​ຮັບແຂກ​ມາຈາກ ວິທະຍາໄລ​ພິດຊະຍະບັນດິດ​ ປະເທດ​ໄທ ຈຳນວນ 47 ທ່ານ, ໄດ້​ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ຈຸດປະສົງ​ເພື່ອ​ຟັງການບັນຍາຍ 3 ເລື່ອງດັ່ງນີ້ 1 ລະບົບການປົກຄອງຂອງລາວ 2. ການທ່ອງທ່ຽວເມືອງມໍລະດົກໂລກຫລວງພະບາງ 3. ລະບົບການສຶກສາຂອງ ມສ. ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ ປອ ສົມໃຈ​ ໄພຍະວົງ​ ຮອງອະທິການ​ບໍ​ ມສ. ຄະນະ​ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ແລະ ນັກສຶກສາ​ປະເທດໄທ​ເຂົ້າຮ່ວມ

Scroll to Top