ທ່ານ​ ນາງ​ Madoka Tatsuno CEO/Founder ມາຈາກປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ

ວັນທີ​ 2 ພຶດສະພາ​ 2024​ ທີ່ຫ້ອງ​ການພົວພັນ​ຕ່າງ​ປະເທດ​ ມສ,​ ໄດ້​ຕ້ອນ​ຮັບ​ ທ່ານ​ ນາງ​ Madoka Tatsuno CEO/Founder ມາຈາກປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົ່ງແມ່ນເພື່ອສອບຖາມຂໍ້ມູນໃນການເອົານັກສຶກສາຍີ່ປຸ່ນເຂົ້າມາຈັດກິດຈະກຳຢູ່ ມສ,​ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ນາງບຸນທ່ຽງ ວົງຊວງທຳ ຮອງຫົວຫນ້າຫ້ອງການພົວພົວຕ່າງປະເທດ, ແຂກ​ທັງສອງຝ່າຍ​ເຂົ້າຮ່ວມ

ທ່ານ​ ນາງ​ Madoka Tatsuno CEO/Founder ມາຈາກປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ Read More »

Wuhan Central Foreign Economic and Technical Cooperation Group Co.,Ltd ສປ ຈີນ​ ຢ້ຽມຢາມ​ ມສ.​

ວັນທີ 30 ເມສາ 2024, ເວລາ 10:30-11:30 ນາທີ ທີ່ຫ້ອງປະຊຸມນ້ອຍຊັ້ນສອງ ຕຶກສໍານັກງານອະທິການບໍດີ, ມສ.​ ໄດ້ຕ້ອນຮັບແຂກມາຈາກWuhan Central Foreign Economic and Technical Cooperation Group Co.,Ltd ສປ ຈີນ ຈໍານວນ 1 ທ່ານ ພ້ອມດ້ວຍອາຈານ ຈາກມະຫາວິທະຍາໄລແຫ່ງຊາດ 1 ທ່ານ,​ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ, ຄວາມເປັນໄປໄດ້ໃນການຮ່ວມມືໃນ ອະນາຄົດ ແລະ ຂໍເຊັນ MOA ນໍາ ມະຫາວິທະຍາໄລ ສຸພານຸວົງ ເປັນກຽດເຂົ້າຮ່ວມງານຄັ້ງນີ້ໂດຍ​ ທ່ານ​ ຮສ​ ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ອະທິການ​ບໍ​ດີ​ ມສ.​ ຄະນະ​ຜູ້ແທນ​ທັງສອງຝ່າຍ​ເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​:

Wuhan Central Foreign Economic and Technical Cooperation Group Co.,Ltd ສປ ຈີນ​ ຢ້ຽມຢາມ​ ມສ.​ Read More »

ຄະນະນໍາ ຈາກ ເມືອງ ຢອງດອກ ສ.ເກົາຫຼີ ຈໍານວນ 10 ທ່ານ ໄດ້ເດີນທາງມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ

ໃນວັນທີ 24 ເມສາ 2024, ເວລາ 11:00 ນາທີ, ຫ້ອງປະຊຸມຊັ້ນ ສອງ ຕຶກສໍານັກງານອະທິການບໍດີ ມສ​ໄດ້ຕ້ອນຮັບຄະນະນໍາ ຈາກ ເມືອງ ຢອງດອກ ສ.ເກົາຫຼີ ຈໍານວນ 10 ທ່ານ ໄດ້ເດີນທາງມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ແລະ ຄວາມເປັນໄປໄດ້ໃນການຮ່ວມມືໃນອະນາຄົດ,​ ເປັນ​ກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ປອ.​ ສຸລິເດດ​ ແກ້ວ​ບົວ​ລະ​ເພັດ​ ຮອງ​ອະທິການ​ບໍ​ດີ, ມສ.​ ຄະນະນຳ​ຜູ້​ບໍ​ລິ​ຫານ​ທັງສອງຝ່າຍເຂົ້າຮ່ວມ IRO​ NEWS​ REPORT WWW.IRO-SU.EDU.LA FANPAGE​: ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ມ​ ສຸ​ພານຸ​ວົງ FANPAGE​: IRO-SU FACEBOOK​: iro​ su

ຄະນະນໍາ ຈາກ ເມືອງ ຢອງດອກ ສ.ເກົາຫຼີ ຈໍານວນ 10 ທ່ານ ໄດ້ເດີນທາງມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ Read More »

ຊ່ຽວຊານ​ ອາສາສະໝັກ​ ELIC​ ປະຈຳຢູ່ຄະນະພາສາສາດ ມສ,​ ໄດ້ເຂົ້າມາອວຍພອນ​ ທ່ານ​ ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ອະທິການ​ບໍ​ດີ​ ມສ, ເນື່ອງໃນງານເທດສະການບຸນປີໃຫມ່ລາວ ພສ.​2567.

ວັນທີ​ 10 ເມສາ​ 2024​ ທີ່​ ຫ້ອງ​ປະຊຸມ​ນ້ອຍ​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ,​ ໄດ້​ຕ້ອນຮັບແຂກ​ຊ່ຽວຊານ​ ອາສາສະໝັກ​ ELIC​ ປະຈຳຢູ່ຄະນະພາສາສາດ ມສ,​ ໄດ້ເຂົ້າມາອວຍພອນ​ ທ່ານ​ ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ອະທິການ​ບໍ​ດີ​ ມສ, ເນື່ອງໃນງານເທດສະການບຸນປີໃຫມ່ລາວ ພສ.​2567. ສະນັ້ນໃນນາມຕາງຫນ້າ​ໃຫ້​ກັບມະຫາ​ວິທະຍາໄລ​ ຂໍອວຍພອນໄຊອັນປະເສີດມາຍັງທ່ານ ຂໍໃຫ້ມີ ອາຍຸ​ ວັນນະ​​ ສຸກຂະ ພະລະ ປະສົບຜົນສຳເລັດໃນຫນ້າທີວຽກງານຕະຫລອດໄປ

ຊ່ຽວຊານ​ ອາສາສະໝັກ​ ELIC​ ປະຈຳຢູ່ຄະນະພາສາສາດ ມສ,​ ໄດ້ເຂົ້າມາອວຍພອນ​ ທ່ານ​ ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ອະທິການ​ບໍ​ດີ​ ມສ, ເນື່ອງໃນງານເທດສະການບຸນປີໃຫມ່ລາວ ພສ.​2567. Read More »

ທ່ານ​ Dr. Robert Lawrence Acker ມອບ​ເສື້ອ​ຈຳນວນ​ຫນື່ງ ໃຫ້ກັບຫ້ອງການພົວພັນຕ່າງປະເທດ​

ວັນທີ​ 10 ເມສາ​ 2024​ ທີ່​ ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ມະຫາ​ວິທະຍາໄລ​ສຸພານຸວົງ,​ ໄດ້​ມີ​ ທ່ານ​ Dr. Robert Lawrence Acker ມອບ​ເສື້ອ​ຈຳນວນ​ຫນື່ງ ໃຫ້ກັບຫ້ອງການພົວພັນຕ່າງປະເທດ​ ສະນັ້ນໃນນາມຕາງຫນ້າຫ້ອງການຂໍອວຍພອນໄຊອັນປະເສີດມາຍັງທ່ານ ຂໍໃຫ້ມີ ອາຍຸ​ ວັນນະ​​ ສຸກຂະ ພະລະ ປະສົບຜົນສຳເລັດໃນຫນ້າທີວຽກງານຕະຫລອດໄປ

ທ່ານ​ Dr. Robert Lawrence Acker ມອບ​ເສື້ອ​ຈຳນວນ​ຫນື່ງ ໃຫ້ກັບຫ້ອງການພົວພັນຕ່າງປະເທດ​ Read More »

ຄະນະຜູ້ບໍລິຫານ Neijiang National University ສປ ຈີນ​ ໄດ້​ມາ​ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ໃນວັນທີ 5 ເມສາ 2024, ເວລາ 15:00 – 16:00 ນາທີ,​ ທີ່ຫ້ອງປະຊຸມຊັ້ນ​ 2 ຕຶກສຳນັກງານອະທິການບໍດີ ມສ. ໄດ້ຕ້ອນຮັບຄະນະຜູ້ບໍລິຫານ Neijiang Normal University ສປ ຈີນ​ ນຳທີມໂດຍ​ ທ່ານ​ Zhou Faqiang, Director, School Office ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ແລະ ການແລກປ່ຽນລະຫວ່າງສອງສະຖາບັນ, ໂດຍສະເພາະການແລກປ່ຽນຄູອາຈານ,​ ນັກສຶກສາ,​ ການສ້າງຫລັກສູດຮ່ວມກັນ.​ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ ຮສ.ປອ.​ ສັງຄົມ​ ອິນທະປັນຍາ ຫົວຫນ້າ​ຫ້ອງການ​ວິຊາການ, ມສ.​ ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ຄະນະຜູ້ບໍລິຫານ Neijiang National University ສປ ຈີນ​ ໄດ້​ມາ​ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ທ່ານ​ ຖາວອນ​ ປັນ​ມະນີວົງ​ ສຳເລັດການຮຽນທິດສະດີການເມືງການປົກຄອງໄລຍະສັ້ນ 3 ເດືອນ

ວັນທີ​ 29 ມີນາ​ 2024​ ທາງຄະນະຫ້ອງການພົວພັນຕ່າງປະເທດ,​ ມສ.​ ນຳໂດຍ ທ່ານ​ ທອງຄຳ​ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວຕ່າງປະເທດ​ ໄດ້ມາສະແດງຄວາມຍິນດີນຳ ທ່ານ​ ຖາວອນ​ ປັນມະນີວົງ​ ຊື່ງເປັນພະນັກງານສັງກັດຫັອງການພົວພັນຕ່າງປະເທດ, ຮອງຫົວຫນ້າພະແນກຮ່ວມມືສາກົນ,​ ໄດ້ຮຽນຈົບຢູ່ໂຮງຮຽນທິດສະດີການເມືອງການປົກຄອງແຂວງຫລວງພະບາງ ຊັ້ນຕົ້ນ ໄລຍະ 3 ເດືອນ,​ ຕາງ​ໜ້າ​ໃຫ້​ຄະນະ​ຫ້ອງການ​ຂໍສະແດງຄວາມຍິນດີທີ່ທ່ານປະສົບຄວາມສຳເລັດອີກບາດກ້າວຫນື່ງ ແລະ​ ນຳຄວາມຮູ້ທີ່ໄດ້ສືກສາຮ່ຳຮຽນມາພັດທະນາຫ້ອງການໃຫ້ຈະເລີນກ້າວຫນ້າ ຂໍຊົມເຊີຍ

ທ່ານ​ ຖາວອນ​ ປັນ​ມະນີວົງ​ ສຳເລັດການຮຽນທິດສະດີການເມືງການປົກຄອງໄລຍະສັ້ນ 3 ເດືອນ Read More »

ນັກສຶກສາສຳເລັດຝຶກງານທີ່ຫ້ອງການພົວພັນຕ່າງປະເທດ

ວັນທີ​ 27 ມີນາ​ 2024​ ເວລາ​ 14.00​ ນາທີ​ ທີ່ຫ້ອງ​ການພົວພັນ​ຕ່າງ​ປະເທດ, ມະຫາ​ວິທະຍາໄລ​ ສຸພານຸວົງ​ ໄດ້ມີພິທີມອບຮັບນັກສຶກສາ​ ມະຫາ​ວິທະຍາໄລ​ ສຸພານຸວົງ​ ສາຂາພາສາຈີນ ຈຳນວນ​ 2 ນ້ອງ​ ​ມາຝືກງານນຳຫ້ອງ​ການພົວພັນ​ຕ່າງປະເທດ ເປັນເວລາ​ 2 ເດືອນ,​ ນອກຈາກນັ້ນທາງຫ້ອງການຍັງໄດ້ກ່າວລາຍງານສະຫລຸບການເຄື່ອນໄຫວຂອງນັກສຶກສາໃຫ້ໄດ້ຮັບ​ຊາບ,​ປະຈຸບັນການຝຶກງານຂອງນັກສຶກສາກໍໄດ້ຝຶກສຳເລັດຕາມຫນ້າທີ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ທອງຄຳ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວຕ່າງປະເທດ ມສ,​ແລະຕາງຫນ້າໃຫ້ຄະນະພາສາສາດ, ຄູອາຈານ​ ເຂົ້າ​ຮ່ວມມອບຮັບນັກສຶກສາ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ນັກສຶກສາສຳເລັດຝຶກງານທີ່ຫ້ອງການພົວພັນຕ່າງປະເທດ Read More »

ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ໄດ້ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​

ໃນວັນທີ 23 ມີນາ 2024, ເວລາ 10:00 – 11:30 ໂມງ, ທີ່ຫ້ອງປະຊຸມຊັ້ນ 2, ຕຶກສໍານັກງານອະທິການບໍດີ.​ ມະຫາ​ວິທະຍາໄລ​ ສຸພານຸວົງ​ ໄດ້ຕ້ອນຮັບແຂກ​ ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ນຳພາໂດຍທ່ານຮອງຫົວຫນ້າພະແນກສຶກສາແຂວງຢຸນນານໄດ້ມາຢ້ຽມຢາມ​ ມສ,​ ຈຸດປະສົງເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ຮ່ວມກັບມະຫາວິທະຍາໄລ​ ສຸພານຸວົງ​ ໂດຍສະເພາະຮ່ວມມືການສ້າງບຸກຄະລາກອນພາສາຈີນ,​ ແລະການແລກປ່ຽນນັກສຶກສາ,​ການຄົ້ນຄ້ວາວິໄຈຮ່ວມກັນ ນອກຈາກນັ້ນທັງສອງຝ່າຍກໍ່ຍັງໄດ້ລາຍງານສະພາບການເຄື່ອນໄຫວຂອງສະຖາບັນໃຫ້ໄດ້ຮັບຊາບ ເປັນກຽດເຂົ້າຮ່ວມໂດຍ ຮສ.ປອ.​ວົງປະສິດ ຈັນທະຄູນ ຮອງອະທິການບໍດີ ມສ, ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ໄດ້ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ຄະນະນຳ​ ມສ​ ໂອ້ລົມ​ ແລະໃຫ້ທິດຊິນຳຫ້ອງການພົວພັນຕ່າງປະເທດ

ວັນທີ​ 19 ມີນາ​ 2024​ ເວລາ​ 15:00 ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ຄະນະນຳ ມສ​ ໄດ້ມາໂອ້ລົມ ແລະ​ແນະນຳທິດຊິແນວທາງໃຫ້ກັບວຽກງານພົວພັນຕ່າງປະເທດ ໄປສູ່ເປົ້າຫມາຍຂອງມະຫາວິທະຍາໄລວາງອອກ ແລະ​ທາງຫ້ອງການພົວພັນຕ່າງປເທດກໍ່ຍັງໄດ້ລາຍງານການເຄື່ອນໄຫວວຽກງານຕ່າງໆ ທີ່ຮ່ວມມືກັບຕ່າງປະເທດ ນອກຈາກນັ້ນຍັງໄດ້ສະເຫນີປັນຫາທີ່ຍັງຄ້າງຄາຂໍ້ຫຍຸ້ງຍາກໃຫ້ທາງຄະນະນຳຮັບຊາບ ເພື່ອເປັນແນວທາງປັບປຸງແລະແກ້ໄຂຕໍ່ໄປ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ​ ມສ, ທ່ານຮອງອະທິການບໍດີ, ຫົວຫນ້າ​ຫ້ອງການ, ພະນັກງານຄູອາຈານເຂົ້າຮ່ວມ ລາຍງານໂດຍ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ຄະນະນຳ​ ມສ​ ໂອ້ລົມ​ ແລະໃຫ້ທິດຊິນຳຫ້ອງການພົວພັນຕ່າງປະເທດ Read More »

ເລື່ອນຂຶ້ນເທິງ