admin

ມະຫາວິທະຍາໄລອາຊຽນ (AUN) ແລະ ສາດສະດາຈານ Michael Fay OAM, ປະທານ ສະມາຄົມຂອງມະຫາວິທະຍາໄລໃນອົດສະຕຣາລີ​ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ໃນວັນທີ 17 ມິຖຸນາ 2024, ຕອນເຊົ້າ ເວລາ 08:30 ໂມງ,​ຫ້ອງປະຊຸມນ້ອຍ ຊັ້ນສອງ, ຕຶກສໍານັກງານອະທິການບໍດີ, ມະຫາວິທະຍາໄລ ສຸພານຸວົງ ໄດ້ຕ້ອນຮັບຄະນະຜູ້ແທນ ຈາກເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN) ແລະ ສາດສະດາຈານ Michael Fay OAM, ປະທານ ສະມາຄົມຂອງມະຫາວິທະຍາໄລໃນອົດສະຕຣາລີ ແລະ ເປັນຫົວ​ ຫນ້າບໍລິການດ້ານການສຶກສາ ASEAN Focus (AFG VG). ຈຸດປະສົງການມາຢ້ຽມຢາມແມ່ນ ເພື່ອປຶກສາ ຢາກມາຈັດກອງປະຊຸມ ການສົນທະນາດ້ານການສຶກສາອາຊຽນ – ອົດສະຕຣາລີ (ASEAN-Australia Education Dialogue) ທີ່ມະຫາວິທະຍາໄລສຸພານຸວົງ​ ແຂວງຫລວງພະບາງ ສປປ​ ລາວ, ເປັນກຽດ​ເຂົ້າຮ່ວມ​ກອງປະຊຸມ​ ທ່ານ ປອ. ສຸລິເດດ ແກ້ວບົວລະເພັດ, ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ, ຄະນະ​ຜູ້ບໍລິຫານ​ການສຶກສາ, ແຂກຜູ້ມີກຽດ​ທັງສອງຝ່າຍ​ເຂົ້າຮ່ວມ IRO​ NEWS​ REPORT […]

ມະຫາວິທະຍາໄລອາຊຽນ (AUN) ແລະ ສາດສະດາຈານ Michael Fay OAM, ປະທານ ສະມາຄົມຂອງມະຫາວິທະຍາໄລໃນອົດສະຕຣາລີ​ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ສະຖານທູດ​ອິນເດຍ​ ປະຈຳ​ຢູ່​ ສປປ​ ລາວ​ ໄດ້ມາຢ້ຽມຢາມ​ ມະຫາວິທະຍາໄລສຸພານຸວົງ​ ຈຸດປະສົງ​ເພື່ອ​ເຜີຍແຜ່​ ທຶນ​ການສຶກສາ​ ລະດັບ​ປະລິນຍາໂທ​ ແລະ​ ເອກ.

ວັນທີ​ 10 ມິຖຸນາ​ 2024​ ທີ່​ສະໂມສອນ​ໃຫຍ່​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນຮັບແຂກ​ມາຈາກ​ ສະຖານທູດ​ອິນເດຍ​ ປະຈຳ​ຢູ່​ ສປປ​ ລາວ​ ໄດ້ມາຢ້ຽມຢາມ​ ມະຫາວິທະຍາໄລສຸພານຸວົງ​ ຈຸດປະສົງ​ເພື່ອ​ເຜີຍແຜ່​ ທຶນ​ການສຶກສາ​ ລະດັບ​ປະລິນຍາໂທ​ ແລະ​ ເອກ.​ ແລະພ້ອມດ້ວຍການຫລີ້ນໂຍຄະໃຫ້ກັບພະນັກງານຄູອາຈານ ແລະ​ ນັກສຶກສາ​ ມະຫາ​ວິທະຍາໄລ​ສຸພານຸວົງ,​ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ທອງຄຳ​ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ,​ ມສ.​ ແຂກຈາກສະຖານທູດ,​ ພະນັກງານ​ຄູອາຈານ​ເຂົ້າຮ່ວມ

ສະຖານທູດ​ອິນເດຍ​ ປະຈຳ​ຢູ່​ ສປປ​ ລາວ​ ໄດ້ມາຢ້ຽມຢາມ​ ມະຫາວິທະຍາໄລສຸພານຸວົງ​ ຈຸດປະສົງ​ເພື່ອ​ເຜີຍແຜ່​ ທຶນ​ການສຶກສາ​ ລະດັບ​ປະລິນຍາໂທ​ ແລະ​ ເອກ. Read More »

ມະຫາວິທະຍາໄລ ສຸພານຸວົງໄດ້ສົ່ງນັກສຶກສາ ຈໍານວນ 5 ນ້ອງໄດ້ເປັນຕົວແທນເຂົ້າຮ່ວມ AUN Summer Camp 2024 ທີ່ປະເທດບູໄນ ແລະ ປະເທດຟິລິບປິນ

ໃນຊ່ວງວັນທີ 01-16 ມິຖຸນາ 2024 ນັກສຶກສາ ມະຫາວິທະຍາໄລ ສຸພານຸວົງ ຈໍານວນ 5 ນ້ອງໄດ້ເປັນຕົວແທນເຂົ້າຮ່ວມ AUN Summer Camp 2024 ທີ່ປະເທດບູໄນ ແລະ ປະເທດຟິລິບປິນ ແລະຍັງມີອີກ 9 ນ້ອງ ທີ່ຈະໄດ້ເດີນທາງໄປຮ່ວມຢູ່ ປະເທດໄທ, ປະເທດຫວຽດ, ປະເທດອິນໂດເນເຊຍ ແລະ ປະເທດມາເລເຊຍ. ນອກນີ້, ມະຫາວິທະຍາໄລ ສຸພານຸວົງ ຍັງຈະຂັດເລືອກເພິ່ມເຕີມອີກຈໍານວນ 10 ນ້ອງ. ຖ້າໃຜມີຄວາມສົນໃຈໃຫ້ອ່ານລາຍລະອຽດໃນແຈ້ງການຂ້າງລຸ່ມນີ້ ແລະຕິດຕໍ່ລົງທະບຽນນໍາຄະນະຮັບຜິດຊອບໃນຄະນະວິຊາຂອງຕົນເພື່ອນໍາສົ່ງລາຍຊື່ເຂົ້າສໍາພາດໃນວັນທີ 12 ມິຖຸນາ 2024.

ມະຫາວິທະຍາໄລ ສຸພານຸວົງໄດ້ສົ່ງນັກສຶກສາ ຈໍານວນ 5 ນ້ອງໄດ້ເປັນຕົວແທນເຂົ້າຮ່ວມ AUN Summer Camp 2024 ທີ່ປະເທດບູໄນ ແລະ ປະເທດຟິລິບປິນ Read More »

ກອງປະຊຸມເພື່ອເຂົ້າຮ່ວມຮັບຟັງການປຶກສາຫາລືກ່ຽວກັບເນື້ອໃນ MOU ຂອງໂຄງການພັດທະນາການສຶກສາຊັ້ນສູງແບບວ່ອງໄວ

ວັນທີ 3 ມິຖຸນາ 2024, ຕອນເຊົ້າ ເວລາ 9:30 – 10:30 ນາທີ , ທີ່ ຫ້ອງປະຊຸມຊັ້ນ 2 ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ມີກອງປະຊຸມເພື່ອເຂົ້າຮ່ວມຮັບຟັງການປຶກສາຫາລືກ່ຽວກັບເນື້ອໃນ MOU ຂອງໂຄງການພັດທະນາການສຶກສາຊັ້ນສູງແບບວ່ອງໄວ Lao Higher Education for Accelerated Development LEAD Project. ເປັນກຽດເຂົ້າຮ່ວມໂດຍທ່ານ ຮສ. ວິລະ ອາໂນລັກ ຮັກສາການອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ຜູ້ບໍລິຫານການສຶກສາ, ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ

ກອງປະຊຸມເພື່ອເຂົ້າຮ່ວມຮັບຟັງການປຶກສາຫາລືກ່ຽວກັບເນື້ອໃນ MOU ຂອງໂຄງການພັດທະນາການສຶກສາຊັ້ນສູງແບບວ່ອງໄວ Read More »

ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ໄດ້ນຳພາຄະນະຫ້ອງການ ເພື່ອປູກຕົ້ນໄມ້ ເນື່ອງໃນງານປຸກຕົ້ນໄມ້ແຫ່ງຊາດ

ວັນທີ​ 31 ພຶດສະພາ​ 2024​ ທີ່​ມະຫາ​ວິທະຍາໄລ​ສຸພານຸວົງ,​ ນຳທິມໂດຍ ທາ່ນ ທອງຄຳ​ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ໄດ້ນຳພາຄະນະຫ້ອງການ ເພື່ອປູກຕົ້ນໄມ້ ເນື່ອງໃນງານປຸກຕົ້ນໄມ້ແຫ່ງຊາດ ຢູ່ທີ່ບໍລິເວນແຄມຫນອງ,​ ມະຫາ​ວິທະຍາໄລ​ສຸພານຸວົງ​ ບ້ານດ້ານໃຫມ່ ທາງເລກທີ 13 ເຫນືອ, ນະຄອນຫລວງພະບາງ ແຂວງຫລວງພະບາງ ສປປ ລາວ.

ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ໄດ້ນຳພາຄະນະຫ້ອງການ ເພື່ອປູກຕົ້ນໄມ້ ເນື່ອງໃນງານປຸກຕົ້ນໄມ້ແຫ່ງຊາດ Read More »

ຊ່ຽວຊານ (Anne-Catherine MERCURI) ຈາກຫ້ອງການຮ່ວມມືຍູໂລບ ແລະ ສາກົນ ຈາກເເຂວງ ຊອງຊອງ ປະເທດ ຝຣັ່ງ​ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 22 ພຶດສະພາ​ 2024​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ຊ່ຽວຊານ (Anne-Catherine MERCURI) ຈາກຫ້ອງການຮ່ວມມືຍູໂລບ ແລະ ສາກົນ ຈາກເເຂວງ ຊອງຊອງ ປະເທດ ຝຣັ່ງ (ແຂວງແຮກສ່ຽວຂອງແຂວງ ຫຼວງພະບາງ) , ຕ່າງໜ້າຕອນຮັບໂດຍ ທ່ານ ນິກອນ ທຳມະຈະເລີນ ຮອງຫົວໜ້າພົວພັນຕ່າງປະເທດ ແລະ ສະມາຊິກພາຍໃນຫ້ອງການ ໂດຍຈຸດປະສົ່ງກອນປະຊຸມແມ່ນ ເພື່ອຕິດຕາມການຮ່ວມລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຕວກ ແລະ ແຂວງ ຊອງຊອງ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນອານາຄົດກ່ຽວກັບ ການຄົ້ນຄວ້າວິໄຈ, ພາສາຝຣັ່ງ ແລະ ດ້ານວັດທະນາທຳ.

ຊ່ຽວຊານ (Anne-Catherine MERCURI) ຈາກຫ້ອງການຮ່ວມມືຍູໂລບ ແລະ ສາກົນ ຈາກເເຂວງ ຊອງຊອງ ປະເທດ ຝຣັ່ງ​ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ມະຫາວິທະຍາໄລ ໄທຫ່ງຽນ (Thai Nguyen University) ຢ້ຽມ​ຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 22 ພຶດສະພາ​ 2024​ ເວລາ​ 9:00​ ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ ມະຫາວິທະຍາໄລ ໄທຫ່ງຽນ (Thai Nguyen University) ຈຳນວນ​ 8 ທ່ານ​ ນຳພາໂດຍ Assoc. Prof. Dr. Tran Thanh Van,​ Vice President of Thai Nguyen University ໄດ້ຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ ເພື່ອສົນທະນາຄວາມເປັນໄປໄດ້ໃນການຮ່ວມມື ແລະ ເພື່ອຂໍຕໍ່ MOU ທີ່ໝົດອາຍຸ ແລ້ວ. ເປັນກຽດ​ເຂົ້າຮ່ວມ​ໂດຍ​ທ່ານ​ ຮສ.​ ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​, ຄະນະ​ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA

ມະຫາວິທະຍາໄລ ໄທຫ່ງຽນ (Thai Nguyen University) ຢ້ຽມ​ຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ຮ້ານປື້ມດີບຸກໄດ້ບໍລິຈາກປື້ມຈຳນວນ 13​ ຫົວ​ ໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ​

ວັນທີ​ 20 ພຶດສະພາ​ ​2024​ ຄະນະຫ້ອງການພົວພັນຕ່າງປະເທດ,​ ມສ. ນຳທີມໂດຍ ທ່ານ ທອງຄຳ​ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ໄດ້ເປັນຕົວແທນ​ ວິສາຫະກິດສ່ວນບຸກຄົນ ຮ້ານປື້ມດີບຸກ ຮ່ອມ 10, ບ້ານພະຂາວ, ເມືອງໄຊທານີ,​ນະຄອນຫຼວງ​ວຽງຈັນ​ ທີ່ໄດ້ບໍລິຈາກປື້ມຈຳນວນ 13​ ຫົວ​ ລວມເປັນເງິນ 2,000,000 ກີບ​ ເພື່ອມອບໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ​ ສືບຕໍ່ໄປ ໃນນາມ​ຫ້ອງການ​ພົວພັນ​ຕ່າງ​ປະເທດ​ ຂໍອວຍພອນໄຊໃຫ້ທາງຮ້ານຄ້າຂາຍຫມານ ປະສົບແຕ່ຄວາມຮຸ່ງເຮືອງໃນຊີວິດຫນ້າທີວຽກງານ ລ້ຳລວຍເງິນທອງ

ຮ້ານປື້ມດີບຸກໄດ້ບໍລິຈາກປື້ມຈຳນວນ 13​ ຫົວ​ ໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ​ Read More »

ມະຫາວິທະຍາໄລ ໂຕນດຶກຖັງ, ສະຫະພັນແຮງງານ ສສ. ຫວຽດນາມ​ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ 16 ພຶດສະພາ 2024, ເວລາ 15:30-16:30 ນາທີ ທີ່ຫ້ອງປະຊຸມນ້ອຍຊັ້ນສອງ ຕຶກສໍານັກງານອະທິການບໍດີ, ມສ. ໄດ້ຕ້ອນຮັບແຂກມາຈາກມະຫາວິທະຍາໄລ ໂຕນດຶກຖັງ, ສະຫະພັນແຮງງານ ສສ. ຫວຽດນາມ ທີ່ນະຄອນໂຮ່ຈິມິງ ນໍາໂດຍ ທ່ານ ປອ. ດຶງ ຮ່ວງ ແບັກ, ຫົວໜ້າສະຖາບັນຮ່ວມມື, ການວິໄຈ ແລະ ກໍ່ສ້າງກັບຕ່າງປະເທດ, ທ່ານ ຮສ.ປອ. ໂງ ເລ ມິງ, ຫົວໜ້າ ຫ້ອງການຫຼັງມະຫາວິທະຍາໄລ, ພ້ອມດ້ວຍວິຊາການ ຈະມາເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກກັບ ມະຫາວິທະຍາໄລ ສຸພານຸວົງ ຈຸດປະສົງຂອງການມາຄັ້ງນີ້ ກໍ່ເພື່ອແນະນໍາຂໍ້ມູນກ່ຽວກັບນະໂຍບາຍທຶນການສຶກສາຂອງມະຫາວິທະຍາໄລ ໂຕນດຶກຖັງ ໃຫ້ແກ່ພະນັກງານ, ນັກສຶກສາ ສໍາລັບສົກຮຽນ 2024-2025 ແລະ ແນະນໍາກ່ຽວກັບສະພາບການຮຽນ- ການສອນ ທີ່ມະຫາວິທະຍາໄລດັ່ງກ່າວ ເພື່ອເປັນຂໍ້ມູນໃຫ້ແກ່ຜູ້ທີ່ມີຄວາມສົນໃຈໄປຮຽນຕໍ່ທີ່ ສສ. ຫວຽດນາມ ເປັນກຽດເຂົ້າຮ່ວມກອງປະຊຸມໃນ ຄັ້ງນີ້ໂດຍ

ມະຫາວິທະຍາໄລ ໂຕນດຶກຖັງ, ສະຫະພັນແຮງງານ ສສ. ຫວຽດນາມ​ ຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ທ່ານ ຫງວຽນ ວັນ ຟຸກ, ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ​ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ​ ລົງເຮັດວຽກຢູ່ ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 16 ພຶດສະພາ​ 2024​ ທີ່ຫ້ອງປະຊຸມຄະນະພາສາສາດ ມະຫາວິ​ທະຍາໄລ​ສຸພານຸວົງ​ ໄດ້ຕ້ອນຮັບ​ ທ່ານ ຫງວຽນ ວັນ ຟຸກ, ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ​ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ​ ລົງເຮັດວຽກຢູ່ ມະຫາ​ວິທະຍາໄລ​ສຸພານຸວົງ​ ຈຸດປະສົງເພື່ອຢ້ຽມຢາມ ພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລສຸພານຸວົງ ພ້ອມທັງຮ່ວມພິທີເປີດຊຸດຮຽນກຽມພາສາຫວຽດນາມຂັ້ນພື້ນຖານ ປະຈໍາປີ 2024​ ເປັນກຽດ​ເຂົ້າຮ່ວມ​ກອງປະຊຸມ​ໃນ​ ຄັ້ງນີ້​ໂດຍ​ ທ່ານ​ ​ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ​ ມສ.​ ຄະນະ​ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: IRO​ SU

ທ່ານ ຫງວຽນ ວັນ ຟຸກ, ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ​ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ​ ລົງເຮັດວຽກຢູ່ ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

Scroll to Top