ຂ່າວ

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ມອບບັດສະມາຊິກພັກສົມບູນ ຮອບທີ X ຊຸດທີ 1 ປີ 2024

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ມອບບັດສະມາຊິກພັກສົມບູນ ຮອບທີ X ຊຸດທີ 1 ປີ 2024 ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ມະຫາວິທະຍາໄລ ສຸພານຸວົງ, ຄັ້ງວັນທີ 18 ກັນຍາ 2024,​ ຕາງຫນ້້າໃຫ້ຫ້ອງການພົວພັນຕ່າງປະເທດ ຂໍສະແດງຄວາມຍິນນຳ ທ່ານ ປະລິດຖາ​ ດວງຈັກ​ ໄດ້ຮັບບັດສະມາຊິກພັກສົມບູນ​ ຂໍໃຫ້ຈະເລີນໃນຫນ້າທີການງານ

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ມອບບັດສະມາຊິກພັກສົມບູນ ຮອບທີ X ຊຸດທີ 1 ປີ 2024 Read More »

ເປີດກອງປະຊຸມຄະນະຮັບຜິດຊອບໂຄງການສອນນັກສຶກສາຈີນຈາກ ວິທະຍາໄລ ເຕັກນິກວິຊາຊີບສິບສອງພັນນາ ສປ ຈີນ

ວັນທີ​ 18 ກັນຍາ​2024​ ທີ່​ຫ້ອງ​ປະຊຸມ​ ຕຶກ​ສຳນັກງານ​ອະທິການ​ບໍ​ດີ,​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ເປີດກອງປະຊຸມຄະນະຮັບຜິດຊອບໂຄງການສອນນັກສຶກສາຈີນຈາກ ວິທະຍາໄລ ເຕັກນິກວິຊາຊີບສິບສອງພັນນາ ສປ ຈີນ ເພື່ອກຽມຄວາມພ້ອມ​ແລະ​ອຳນວຍຄວາມສະດວກໃຫ້ແກ່ນັກສືກສາທີ່ຈະມາຮຽນມະຫາວິທະຍາໄລ ສຸພານຸວົງ​ ໂດຍ​ເປັນ​ກຽດ​ເຂົ້າຮ່ວມ​ ທ່ານ​ ຮສ​ ປອ​ ວົງປະສິດ​ ຈັນທະຄູນ​ ຮອງອະທິການບໍດີ, ມສ.​ ບັນດາ​ຫົວໜ້າ​ຫ້ອງການ,​ ພະນັກງານ​ຄູອາຈານ​ເຂົ້າຮ່ວມ

ເປີດກອງປະຊຸມຄະນະຮັບຜິດຊອບໂຄງການສອນນັກສຶກສາຈີນຈາກ ວິທະຍາໄລ ເຕັກນິກວິຊາຊີບສິບສອງພັນນາ ສປ ຈີນ Read More »

ທ່ານ​ Bob ACKER ໄດ້ມອບອຸປະກອນການສຶກສາໃຫ້ກັບໂຮງຮຽນປະຖົມບ້ານຜາໂຄມ​

ວັນທີ​ 5 ກັນຍາ​ 2024​ ເວລາ​ 9.30​ ນາທີ.​ ທ່ານ​ ທອງຄຳ​ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ, ມສ.​ ແລະ​ທ່ານ​ Bob ACKER ຜູ້ໃຫ້ການອຸປະຖຳຊ່ວຍເຫລືອອຸປະກອນການສຶກສາ ໄດ້ໄປມອບປຶ້ມ,​ ບິກ​ ແລະປື້ມແບບຮຽນຈຳນວນຫນຶ່ງ ໃຫ້ກັບໂຮງຮຽນປະຖົມບ້ານຜາໂຄມ,​ ນະຄອນຫລວງພະບາງ,​ ແຂວງຫລວງພະບາງ

ທ່ານ​ Bob ACKER ໄດ້ມອບອຸປະກອນການສຶກສາໃຫ້ກັບໂຮງຮຽນປະຖົມບ້ານຜາໂຄມ​ Read More »

ທິມງານໂຄງການAUF ປະເທດຝຣັ່ງເສດ​ ປະຈຳລາວ​ໄດ້​ມາຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ

ວັນທີ​ 26 ສິງຫາ​ 2024​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ ມະຫາ​ວິທະຍາໄລ​ສຸພານຸວົງ, ໄດ້​ຕ້ອນ​ຮັບແຂກ​ມາຈາກ​ທິມງານໂຄງການAUF ປະເທດຝຣັ່ງເສດ​ ປະຈຳລາວ​ໄດ້​ມາຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ, ຈຸດປະສົງ​ເພື່ອແນະນຳການຂຽນລາຍງານ​ ການສະຫລຸບການປະຕິບັດໂຄງການ​ ແລະງົບປະມານໃຫ້ໄປໃນຮູບແບຍຂອງໂຄງການAUF,​ ເປັນກຽດ​ເຂົ້າຮ່ວມ ໂດຍ ທ່ານ ຮສ.ປອ.​ ວົງປະສິດ​ຈັນທະຄູນ​ ຮອງອະທິການ​ບໍ, ມສ. ແລະທິມງານເຂົ້າຮ່ວມ

ທິມງານໂຄງການAUF ປະເທດຝຣັ່ງເສດ​ ປະຈຳລາວ​ໄດ້​ມາຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ Read More »

ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ແລະ ຄະນະຊ່ຽວຊານຈາກ ມະຫາວິທະຍາໄລຊົນເຜົ່າ ພາກກາງ ແລະ ພາກໃຕ້ ສປ ຈີນ ໄດ້​ມາຢ້ຽມຢາມ​ມະຫາວິທະຍາໄລສຸພານຸວົງ

ວັນທີ​ 14 ສິງຫາ​ 2024,​ ເວລາ​ 8:30-10-30 ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ ມະຫາ​ວິທະຍາໄລ​ສຸພານຸວົງ, ໄດ້​ຕ້ອນ​ຮັບແຂກ​ມາຈາກ​ ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ແລະ ຄະນະຊ່ຽວຊານຈາກ ມະຫາວິທະຍາໄລຊົນເຜົ່າ ພາກກາງ ແລະ ພາກໃຕ້ ສປ ຈີນ ໄດ້​ມາຢ້ຽມຢາມ​ມະຫາວິທະຍາໄລສຸພານຸວົງ,​ຈຸດປະສົງ​ເພື່ອຈະປຶກສາຫາລືກັນເລື່ອງຄວາມຮ່ວມມືທາງດ້ານວິຊາການສອງສະຖາບັນ,​ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ຮສ.ປອ.​ວົງປະສິດ​ ຈັນທະຄູນ​ ຮອງອະທິການບໍດີ,​ ມສ​ ຜູ້​ບໍ​ລິ​ຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ

ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ແລະ ຄະນະຊ່ຽວຊານຈາກ ມະຫາວິທະຍາໄລຊົນເຜົ່າ ພາກກາງ ແລະ ພາກໃຕ້ ສປ ຈີນ ໄດ້​ມາຢ້ຽມຢາມ​ມະຫາວິທະຍາໄລສຸພານຸວົງ Read More »

Educators of Negros Island Incorporated (EONII), ໝູ່ເກາະ Negros, ປະເທດ ຟີລິບປິນ, ໄດ້​ມາຢ້ຽມຢາມ​ ມສ.​

ວັນທີ​ 13 ສິງຫາ​ 2024. ເວລາ​ 8.00-11.00 ນາທີ.​ ທີ່ຫ້ອງປະຊຸມຊັ້ນ​ 2, ຕຶກ​ສໍາ​ນັກ​ງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ໄດ້​ຕ້ອນ​ຮັບແຂກ​ Educators of Negros Island Incorporated (EONII), ໝູ່ເກາະ Negros, ປະເທດ ຟີລິບປິນ, ໄດ້​ມາຢ້ຽມຢາມ​ ມສ.​ ຈຸດປະສົງເພື່ອເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແມ່ນເພື່ອສ້າງທັງສອງສະຖາບັນ ແລະ ແນວຄວາມຄິດການຮ່ວມມືໃນຂົງເຂດການ ຝຶກອົບຮົມ ແລະ ພັດທະນາທັກສະພາສາອັງກິດໃຫ້ແກ່ນັກສຶກສາລາວ ໂດຍສະເພາະ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ຄະນະສຶກສາສາດ ແລະ ສາຂາທີ່ກ່ຽວຂ້ອງອື່ນໆ ໂດຍຜ່ານໂຄງການແລກປ່ຽນພາສາສາກົນ (ILEP), ເປັນກຽດ ເຂົ້າຮ່ວມ ໂດຍ ທ່ານ ຮສ.ປອ.​ ວົງປະສິດ​ ຈັນທະຄູນ​ ຮອງອະທິການບໍດ, ມສ. ຄະນະບໍດີ, ຜູ້ບໍລິຫານ​ການສຶກສາ ແລະ​ແຂກຜູ້ມີກຽດ

Educators of Negros Island Incorporated (EONII), ໝູ່ເກາະ Negros, ປະເທດ ຟີລິບປິນ, ໄດ້​ມາຢ້ຽມຢາມ​ ມສ.​ Read More »

Shanghai Institute of technology universityຢ້ຽມຢາມມະຫາວິທະຍາໄລສຸພານຸວົງ

ວັນທີ​ 24 ກໍລະກົດ​ 2024​ ເວລາ 15:00 ນາທີ.​ ທີ່ຫ້ອງປະຊຸມຊັ້ນ​ 2, ຕຶກສໍານັກ​ງານອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ Shanghai Institute of technology university ຈຳນວນ​ 4 ທ່ານ,​ ນຳທິມໂດຍ​ Qingchang Chen, Director, International Office, ຈຸດປະສົງ​ເພື່ອມາຢ້ຽມຢາມ ຝຶກອົບຮົມຄວາມຮູ້ເບື້ອງຕົ້ນກ່ຽວກັບທາງລົດໄຟໃຫັນັກສຶກສາມະຫາວິທະຍາໄລສຸພານຸວົງ,​ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ ຮສ. ວິລະ​ ອາ​ໂນ​ລັກ​ ອະທິ​ການບໍ​ດີ​ ມສ.​ ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ

Shanghai Institute of technology universityຢ້ຽມຢາມມະຫາວິທະຍາໄລສຸພານຸວົງ Read More »

ມະຫາວິທະຍາໄລ ແຫ່ງຊາດ ຫວຽດນາມ ຮ່າໂນຍ, ສ ຫວຽດນາມ,​ຢ້ຽມຢາມມະຫາວິທະຍາໄລສຸພານຸວົງ

ໃນວັນທີ 12 ກໍລະກົດ 2024, , ເວລາ 16:00 ໂມງ. ທີ່ຫ້ອງປະຊຸມຊັ້ນ​ 2​ ສຳນັກງານ​ອະທິການ, ມສ. ໄດ້ ຕ້ອນຮັບຄະນະນໍາຈາກມະຫາວິທະຍາໄລ ແຫ່ງຊາດ ຫວຽດນາມ ຮ່າໂນຍ, ສ ຫວຽດນາມ, ຈໍານວນ 05 ທ່ານ,​ ນຳທີມໂດຍ​ Prof. Pham Bao Son, VNU Vice President. ຈຸດປະສົງຂອງການເຂົ້າມາຢ້ຽມຢາມແມ່ນເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືກັບ ມສ ໃນຂົງເຂດການວິໄຈ, ການແລກປ່ຽນນັກສຶກສາຮ່ວມກັບ ມະຫາວິທະຍາ​ຍາໄລ ສຸພານຸວົງ.​ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ຮສ.​ ວິລະ​ ອາໂນລັກ ອະທິການ​ບໍ​ດີ​ ມະຫາ​ວິ​ທະຍາໄລ​ສຸພານຸວົງ, ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ

ມະຫາວິທະຍາໄລ ແຫ່ງຊາດ ຫວຽດນາມ ຮ່າໂນຍ, ສ ຫວຽດນາມ,​ຢ້ຽມຢາມມະຫາວິທະຍາໄລສຸພານຸວົງ Read More »

ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນ​ຮັບແຂກ​ມາຈາກ​ ປະເທດ​ຈີນໄດ້ມາຢ້ຽມຢາມ​

ໃນວັນທີ 10 ກໍລະກົດ 2024, ໃນເວລາ 10:00 ໂມງເຊົ້າ​ຫ້ອງການພົວພັນຕ່າງປະເທດ,​ ຕຶກ​ສໍານັກງານອະທິການ​ບໍ​ດີ, ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນ​ຮັບແຂກ​ມາຈາກ​ ປະເທດ​ຈີນ,​ ໄດ້ມາຢ້ຽມຢາມ​ ມສ.​ ຈຸດປະສົງ​ເພື່ອສົນທະນາຖາມຂໍ້ມູນກ່ຽວກັບນຳນັກສຶກສາຈີນ​ ແລະນັກສຶກສາ​ຕ່າງປະເທດ​ ມາຮຽນຢູ່ມະຫາວິທະຍາໄລສຸພານຸວົງ ເປັນກຽດ​ຕ້ອນຮັບ​ໂດຍ​ ທ່ານ​ ທອງຄຳ​ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງ​ປະເທດ, ມສ.​ ແລະແຂກເຂົ້າຮ່ວມ

ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນ​ຮັບແຂກ​ມາຈາກ​ ປະເທດ​ຈີນໄດ້ມາຢ້ຽມຢາມ​ Read More »

ສະມາຄົມເຄືອຂ່າຍອາຊີປາຊີຟິກ ປະເທດ ມາເລເຊຍ (APAN Malaysia) ຈຳນວນ​ 10 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ,

ໃນວັນທີ 10 ກໍລະກົດ 2024, ໃນເວລາ 10:00 ໂມງເຊົ້າ. ທີ່ຫ້ອງປະຊຸມຊັ້ນ​ 2, ຕຶກ​ສໍານັກງານອະທິການ​ບໍ​ດີ, ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ມີຕົວແທນຈາກສະມາຄົມເຄືອຂ່າຍອາຊີປາຊີຟິກ ປະເທດ ມາເລເຊຍ (APAN Malaysia) ຈຳນວນ​ 10 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ, ຈຸດປະສົງເພື່ອປຶກສາຫາລືຄວາມເປັນໄປໄດ້ໃນ ການຮ່ວມມືກັບ ມສ ໃນຂົງເຂດການວິໄຈ, ການພັດທະນາ, ຄວາມຄືບໜ້າຂອງເທັກໂນໂລຊີການສື່ສານ ແລະ ອຸດສາຫະກຳຂໍ້ມູນຂ່າວສານ ແລະ ເພື່ອພັດທະນາໂຄງການທັດສະນະສຶກສາສໍາລັບນັກສຶກສາ, ທາງສະມາຄົມເຄືອຂ່າຍອາຊີປາຊີຟິກ ປະເທດ ມາເລເຊຍມີຈຸດປະສົງ ນໍາເອົານັກສຶກສາຈາກ ສປ ຈີນ ມາທັດສະນະສຶກສາຢູ່ ມະຫາວິທະຍາໄລ ສຸພານຸວົງ.​ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ຮສ.ປອ.​ ວົງປະສິດ​ ຈັນທະຄູນ​ ຮອງອະທິການ​ບໍ​ດີ, ມສ.​ ຄະນະນຳ​ຜູ້​ບໍ​ລິ​ຫານ​ການສຶກສາ,​ ຄະນະ​ຜູ້ແທນ​ທັງສອງຝ່າຍ ເຂົ້າຮ່ວມ

ສະມາຄົມເຄືອຂ່າຍອາຊີປາຊີຟິກ ປະເທດ ມາເລເຊຍ (APAN Malaysia) ຈຳນວນ​ 10 ທ່ານ, ໄດ້ມາຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ, Read More »

ເລື່ອນຂຶ້ນເທິງ