Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ
ວັນທີ 26 ກຸມພາ 2024 ເວລາ9.00 ນາທີ ທີ່ຫ້ອງການທ່ານຮອງອະທິການບໍດີ ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອປຶກສາຫາລືການຮ່ວມມືລະຫວ່າງສອງມະຫາວິທະຍາໄລ ໂດຍສະເພາະແມ່ນການໃຫ້ທຶນການສຶກສາ ໃຫ້ກັບພະນັກງານ ຄູອາຈານ ພາຍໃນ ມສ. ເພື່ອໄປຍົກລະດັຍປະລິນຍາເອກຢູ່ປະເທດຍີ່ປຸ່ນ ແລະ ການຮ່ວມມືດ້ານອື່ນໆ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ. ວົງປະສິດຈັນທະຄູນ ຮອງອະທິການບໍດີ ມສ. ຜູ້ບໍລິຫານການສຶກສາແລະແຂກທີ່ມີກຽດເຂົ້າຮ່ວມ IRO NEWS REPORT SOCIAL MEDIA WWW.IRO-SU.EDU.LA FANPAGE : IRO-SU FACEBOOK: iro-su
Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ Read More »









