ຂ່າວ

ສະຖາບັນພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ​ ຢ້ຽມຢາມ​ ມສ

ວັນທີ​ 25 ຕຸລາ​ 2023​ ທີຫ້ອງປະຂຸມນ້ອຍ ມະຫາວິທະຍາໄລສຸພານຸວົງ​ ໄດ້ຕ້ອນຮັບແຂກ​ຈາກຄະນະວິສະວະກຳສາດ ສະຖາບັນພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ຈຳນວນ5ທ່ານນຳໂດຍຄະນະບໍດີຢ້ຽມຢາມແລະ ປຶກສາຫາລືເລື່ອງການຮ່ວມມືທາງດ້ານວິຊາການກັບ​ ມສ​ ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ຮສ.​ປອ.​ວົງປະສິດ ຈັນທາຄູນ ຮອງອະທິການບໍດີ, ຜູ້ບໍລິຫານ, ແຂກທີ່ມີກຽດເຂົ້າຮ່ວມ

ສະຖາບັນພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ​ ຢ້ຽມຢາມ​ ມສ Read More »

ສ.ເກົາຫລີຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລສຸພານຸວົງ

ໃນວັນທີ​ 23 ຕຸລາ​ 2023​ ທີ່ຫ້ອງປະຊຸມຊັ້ນ​ສອງ​ ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ​ ໄດ້ຕ້ອນຮັບແຂກ​ມາຈາກ​ ສ.​ເກົາຫລີໃຕ້​ ມາຢ້ຽມຢາມແລະເຮັດວຽກຢູ່ ມສ​ ໃຫ້ກຽດເຂົ້າຮ່ວມໂດຍ​ ທ່ານ​ ປອ.​ສຸລິເດດ​ ແກ້ວບົວລະເພັດ​ ຮອງອະທິການບໍດີ, ຜູ້ບໍລິຫານ, ແຂກຜູ້ມີກຽດ,​ ພະນັກງນ-ຄູອາຈານເຂົາຮ່ວມ

ສ.ເກົາຫລີຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລສຸພານຸວົງ Read More »

ມະຫາວິທະຍາໄລ ພາສາແລະວັດທະນາທຳ​ ປັກກິ່ງ​ ສປ​ ຈີນ​ ຢ້ຽມຢາມ​ ມສ

ໃນວັນທີ​ 19 ຕຸລາ​ 2023​ ທີ່​ຫ້ອງ​ປະຊຸມ​ນ້ອຍ​ ມະຫາວິທະຍາໄລສຸພານຸວົງ​ ໄດ້ຕ້ອນຮັບແຂກອາຈານມາຈາກມະຫາວິທະຍາໄລ ພາສາແລະວັດທະນາທຳ ປັກກິ່ງ​ ສປ ຈີນ.​ ໄດ້ມາຢ້ຽມຢາມມະຫາວິທະຍາໄລສຸພານຸວົງ ເພື່ອແລກປ່ຽນຄວາມຄິດເຫັນ ແລະ​ ການຮ່ວມມື​ ຂອງທັງສອງມະຫາວິທະຍາໄລ ໃຫ້ກຽດເຂົ້າຮ່ວມໂດຍ​ທ່ານ​ ສອນສັກ​ ທຳມະວົງ ຫົວຫນ້າຫ້ອງການມະຫາວິທະຍາໄລ,​ ຜູ້ບໍລິຫານ,​ ແຂກຜູ້ມີກຽດ​ ແລະພະນັກງານເຂົ້າຮ່ວມຢ່າງເປັນທາງການ

ມະຫາວິທະຍາໄລ ພາສາແລະວັດທະນາທຳ​ ປັກກິ່ງ​ ສປ​ ຈີນ​ ຢ້ຽມຢາມ​ ມສ Read More »

ພິທີເຊັນບົດບັນທຶກຄວາມຈຳ MOU ລະຫວ່າງ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ແລະ​ສະຫະພັນກິລາເບສບອນ ແລະ​ ສອຟບອນແຫ່ງ ສປປ ລາວ​

ໃນວັນທີ​ 18 ຕຸລາ​ 2023​ ທີສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ​ 1 ໄດ້ມີພິທີເຊັນບົດບັນທຶກຄວາມຈຳ MOU ລະຫວ່າງ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ແລະ​ສະຫະພັນກິລາເບສບອນ ແລະ​ ສອຟບອນແຫ່ງ ສປປ ລາວ​ 2 ປະກາດສ້າງຕັ້ງກິລາເບສບອນ ມສ.​ ຊື່ວ່າອັດສະວິນແດງ ( RED RIDER) ແຂກທີ່ໃຫ້ກຽດເຂົ້າຮ່ວມເຊັນບົດບັນທຶກຄວາມຈຳຄັ້ງນີ້ໂດຍ 1 ທ່ານ​ ຮສ.​ປອ. ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ ແລະ​ຊອຟບອນ ແຫ່ງຊາດລາວ.​ 2 ທ່ານ​ Lee Man Soo ປະທານ​ມູນນິທິ​ Hulk Foundation.​ 3. ທ່ານ​ ປອ.​ ສຸລິເດດ​ ແກ້ວບົວລະເພັດ​ ຮອງອະທິການບໍດີ​ ມະຫາວິທະຍາໄລສຸພານຸວົງ​ ນອກຈາກນັ້ນກໍ່ມີ ທ່ານຜູ້ບໍລິຫານ ສະຫະພັນເບສບອນ,​ ຄູຝຶກ, ນັກກິລາເບສບອນ,​ ພະນັກງານ- ຄູອາຈານ​ຕະຫລອດຮອດນັກສຶກສາ ພາຍໃນ​

ພິທີເຊັນບົດບັນທຶກຄວາມຈຳ MOU ລະຫວ່າງ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ແລະ​ສະຫະພັນກິລາເບສບອນ ແລະ​ ສອຟບອນແຫ່ງ ສປປ ລາວ​ Read More »

ສ.ເກົາຫລີໃຕ້ແລກປ່ຽນທາງດ້ານວິຊາການກັບມະຫາວິທະຍາໄລສຸພານຸວົງ

ໃນວັນທີ 17​ ຕຸລາ​ 2023​ ທີ່​ຫ້ອງ​ປະຊຸມ​ນ້ອຍ​ ມະຫາວິທະຍາໄລສຸພານຸວົງ​ ໄດ້ຕ້ອນຮັບແຂກ ສ.​ເກົາຫລີໃຕ້ ຈຳນວນ​ 4 ທ່ານ​ເພື່ອແລກປ່ຽນທາງດ້ານວິຊາການຊຶງກັນແລະກັນ ໃຫ້ກຽດເຂົ້າຮ່ວມໂດຍ ປອ.​ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ​ ຄະນະບໍດີພາສາສາດ ແລະຫົວຫນ້າຫ່ອງການພົວພັນຕ່າງປະເທດ,​ ພະນັກງານເຂົ້າຮ່ວມຢ່າງເປັນທາງການ

ສ.ເກົາຫລີໃຕ້ແລກປ່ຽນທາງດ້ານວິຊາການກັບມະຫາວິທະຍາໄລສຸພານຸວົງ Read More »

ພິທີມອບທຶນການສຶກສາໂດຍທ່ານ Dr.​Robert Lawrence Acker

ວັນທີ 11 ຕຸລາ​ 2023​ ທີ່ຫ້ອງປະຊຸມຊັ້ນ 2 ມະຫາວິທະຍາໄລສຸພານຸວົງ​ ໄດ້ມີພິທີມອບທຶນການສຶກສາໃຫ້ກັບນັກສາດ້ອຍໂອກາດ ໃນການມອບທຶນຄັ້ງນີ້ແມ່ນ ທ່ານ​ Dr.​Robert Lawrence Acker ເປັນຜູ້ໃຫ້ທຶນການສຶກສາ ຈຳນວນ 9 ທຶນ​ ແລະຊ່ວຍເຫລືອໂຄງການພັດທະນາ ມສ​ຈຳນວນ3ໂຄງການ ລວມມູນຄ່າ 200,000 000 ກີບ(ສອງຮ້ອຍລ້ານກີບ)​ ເປັນກຽດເຂົ້າຮ່ວມໂດຍ ຮສ.​ປທ.​ ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​, ບັນດາຫ້ອງການ ແລະແຂກຖືກເຊີນ ແລະນັກສຶກສາເຂົ້າຮ່ວມ

ພິທີມອບທຶນການສຶກສາໂດຍທ່ານ Dr.​Robert Lawrence Acker Read More »

ພິທີປາຖະກາຖາວັນຄູແຫ່ງຊາດ

ໃນວັນທີ​ 4 ຕຸລາ​ 2023​  ຫ້ອງການພົວພັນຕ່າງປະເທດ  ນຳໂດຍ  ທ່ານ​ປທ.​ທອງຄຳ​ ຮຸ່ງສະຫວາດ​ ຫົວຫນ້າຫ້ອງການ ໄດ້ນຳພາທີມເຂົ້າຮ່ວມ ພິທີປາຖະກາຖາ​ ວັນຄູແຫ່ງຊາດ​ ຈັດຂື້ນທີ່ສະໂມສອນໃຫຍ່ ມະຫາວິທະຍາໄລ ສຸພານຸວົງ​ ໂດຍການເປັນປະທານຂອງ ທ່ານ​ ຮສ.​ປທ.​ວິລະ​ ອາ​ໂນ​ລັກ​ ຮັກສາການແທນອະທິການບໍດີ ໄດ້ໃຫ້ກຽດຂື້ນບັນຍາຍເລົ່າປະຫວັດມູນເຊີ້ອຂອງນາຍຄູຄຳ​ ຊື່ງເປັນຄູແຫ່ງຊາດຂອງຄົນລາວ

ພິທີປາຖະກາຖາວັນຄູແຫ່ງຊາດ Read More »

ນັກສຶກສາວິທະຍາໄລວິຊາຊີບສິບສອງປັນນາລຸ້ນທຳອິດເຂົ້າຮຽນ ມ.​ສຸພານຸວົງ

ໃນວັນທີ່​ 26 ກັນຍາ​ 2023​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້ຕ້ອນຮັບຄະນະນັກສຶກສາຈາກວິທະຍາໄລເຕັກນິກວິຊາຊີບ​ສິບສອງປັນນາ ແຂງຢຸນນານ ສປ ຈີນ​ ຈຳນວນ 15 ຄົນ​ ເພື່ອມາສຶກສາຮຽນຮູ້ພາສາແລະວັດທະນາທຳຂອງລາວ ທີ່ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ​ ໃຫ້ການຕ້ອນຮັບໂດຍ ປອ.​ວົງປະສິດ ຈັນທາຄູນ ຮອງອະທິການບໍດີ​,​ ບັນດາຫົວຫນ້າຫ້ອງການ​ແລະແຂກທີ່ຖືກເຊີນ ເພື່ອເປີດພິທິການຮຽນການສອນໃຫ້ກັບນັກສຶກສາຈີນຢ່າງເປັນທາງການ

ນັກສຶກສາວິທະຍາໄລວິຊາຊີບສິບສອງປັນນາລຸ້ນທຳອິດເຂົ້າຮຽນ ມ.​ສຸພານຸວົງ Read More »

ທ່ານທູດໂປໂລຍຢ້ຽມຢາມມະຫາວິທະຍາໄລສຸພານຸວົງ

ໃນວັນທີ 25 ກັນຍາ 2023 ທາງຄະນະນໍາ ມະຫາວິທະຍາໄລ ສຸພານຸວົງ ນຳພາໂດຍ ທ່ານ ຮສ. ປທ. ວິລະ ອາໂນລັກ ຮັກສາການອະທິການບໍດີ ໄດ້ຕ້ອນຮັບພະນະທ່ານເອກອັກຄະລັດຖະທູດປະເທດໂປໂລຍ, H.E. Mr. Artur Dmochowski ປະຈຳນະຄອນຫຼວງບາງກອກ ປະເທດໄທ ສູ່ມະຫາວິທະຍາໄລ ສຸພານຸວົງ. ໃນລະຫວ່າງການມາຢ້ຽມຢາມ ທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ສະຖາບັນການສຶກສາຊັ້້ນສູງຕ່າງໆ ໃນປະເທດໂປໂລຍ ໃນອະນາຄົດ.

ທ່ານທູດໂປໂລຍຢ້ຽມຢາມມະຫາວິທະຍາໄລສຸພານຸວົງ Read More »

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນເພື່ອເປັນບ່ອນອີງໃນການຮ່ວມມືດ້ານວິຊາການທີ່ຕິດພັນກັບວຽກ ການຮຽນ-ການສອນ, ການຍົກລະດັບພະນັກງານ ຄູ-ອາຈານ ແລະ ນັກສຶກສາຂອງສອງສະຖາບັນການສຶກສາ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນນໍາໃຊ້ສະເພາະການຮ່ວມມື 02 ຝ່າຍທີ່ໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້: ທັງສອງສະຖາບັນ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການ 1-2ຄັ້ງ/ປີ, ພ້ອມທັງ ການສົ່ງເສີມ ແລະ ນໍາສະເໜີຂໍວິທະຍະຖານະຊ່ວຍ ສທຄ; ​ແລກປ່ຽນສື່ການຮຽນ-ການສອນເປັນຕົ້ນແມ່ນ ປຶ້ມຕໍາລາ, ຄູ-ອາຈານສອນໃນບາງວິຊາ, ຝຶກອົບຮົມ ແລະ ວຽກງານຄົ້ນຄວ້າວິທະຍາສາດ; ຮ່ວມກັນຊຸກຍູ້ສົ່ງເສີມການຝຶກງານຕົວຈິງໃນການນໍາໃຊ້ໂປຣແກມຈໍາລອງຕ່າງໆ ເຊັ່ນ: ໂປຣແກມສະມາດແບັງ, ໂປຣແກມບັນຊີວິສາຫະກິດ ແລະ ໂປຣແກມທີ່ກ່ຽວຂ້ອງກັບຫຼັກສູດການຮຽນ-ການສອນໃຫ້ແກ່ນັກສຶກສາຂອງສອງສະຖາບັນ 1-2 ຄັ້ງ/ປີ; ຈັດກິດຈະກໍາແລກປ່ຽນນັກສຶກສາ, 03 ອົງການຈັດຕັ້ງມະຫາຊົນ ແລະ ການເຄື່ອນໄຫວນອກຫຼັກສູດ 1-2 ຄັ້ງ/ປີ.

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ Read More »

ເລື່ອນຂຶ້ນເທິງ