ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026. Read More »
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026.
ແຈ້ງການ ສະໝັກໄປຝຶກຫັດງານຢູ່ປະເທດ ອິດສະລາແອລ (Israel) ໃນສົກສຶກສາ 2025-2026. Read More »
ວັນທີ 14 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບອາສາສະມັກຈາກປະເທດອົດສະຕາລີ ໄປເປັນຄູສອນພາສາອັງກິດ ປະຈຳຢູ່ຄະນະເສດຖະສາດ ແລະການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ກາລະພັດ ກຸນລະໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ວັນທີ 14 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ 2 ສຳນັກງານອະທິການ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ ມະຫາວິທະຍາໄລແຫ່ງຊາດສ້າງຄູຮ່າໂນ້ຍ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນຮ່ວມມືທາງດ້ານວິຊາການກັບຄະນະສຶກສາສາດ ມສ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ກາລະພັດ ກຸນລະໄຊ ຫົວໜ້າຫ້ອງການຈັດຕັ້ງແລະຄຸ້ມຄອງພະນັກງານ ມສ. ຄະນະຜູ້ບໍລິຫານການສຶກສາທັງສອງຝ່າຍເຂົ້າຮ່ວມ
ວັນທີ 31 ມັງກອນ 2025 ຕຶກສໍານັກງານອະທິການບໍ, ມສ. ໄດ້ມີພິທີຍົກຍ້າຍ ທ່ານ ທອງຄຳ ຮຸ່ງສະຫວາດ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມສ. ຄົນເກົ່າໄປຮັບຕຳແໜ່ງໃຫມ່ ຮອງຄະນະບໍດີ ຄະນະພາສາສາດ ມສ. ແລະໄດ້ມອບວຽກ ໃຫ້ກັບ ທ່ານ ປອ. ນາງ ບຸນທ໋ຽງ ວົງຊວງທຳ ຮອງຫົວຫນ້າຫ້ອງການພົວພັນຕ່າງປະເທດ ມສ. ນຳພາຫ້ອງການສຶບຕໍໄປ, ເປັນກຽດ ເຂົ້າຮ່ວມ ໂດຍ ທ່ານ ຮສ ວິລະ ອາໂນລັກ ອະທິການບໍດີ ມສ. ຄະນະທິມງານຫ້ອງການເຂົ້າຮ່ວມ
ພິທີຍົກຍ້າຍ ທ່ານ ທອງຄຳ ຮຸ່ງສະຫວາດ ຫ້ອງການພົວວພັນຕ່າງປະເທດ ມສ. ຄົນເກົ່າໄປຮັບຕຳແຫນ່ງໃຫ Read More »
ວັນທີ 24 ຕຸລາ 2024 ທີ່ຫ້ອງປະຊຸມຊັ້ນ2 ສຳນັກງານອະທິການ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກ ທ່ານ ນາງ Olesia POKUSAEVA, Expert, ASEAN Centre MGIMO University, the MFA of Russia. ຈຸດປະສົງແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບທຶນການສຶກສາ ລະດັບປະລິນຍາໂທ ໃຫ້ກັບພະນັກງານຄູອາຈານ ມະຫາວິທະຍາໄລສຸພານຸວົງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ ວົງປະສິດ ຈັນທະຄູນ ຮອງອະທິການບໍດີ, ມສ. ຫົວໜ້າຫ້ອງການ, ຫົວໜ້າພະແນກເຂົ້າຮ່ວມ ASEAN Centre MGIMO University ເປີດຮັບສະໝັກ: ວັນທີ 1 ມີນາ 2025 ປິດຮັບສະຫມັກ: ວັນທີ 20 ກໍລະກົດ 2025 ສາມາດສະຫມັກຜ່ານ master.mgimo.ru ຖ້າມີຄໍາຖາມສາມາດສອບຖາມໄດ້ +7 495 229-54-35;
ວັນທີ 12 ສິງຫາ 2024, ທີ່ສະໂມສອນໃຫຍ່ມະຫາວິທະຍາໄລສຸພານຸວົງ, ໄດ້ເປີດກອງປະຊຸມປະຈຳປີ 4 ຫ້ອງການ: ຫ້ອງການບໍລິຫານ-ສັງລວມ, ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ຫ້ອງການການເງິນ ແລະ ຫ້ອງການພົວພັນຕ່າງປະເທດ ເພື່ອເປັນການສະຫຼຸບວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ແລະ ວາງແຜນການໃນປີຕໍ່ໜ້າ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ ວິລະ ອາໂນລັກ ອະທິການບໍດີ ມສ, ຜູ້ບໍລິຫານການສຶກສາ, ພະນັກງານຄູອາຈານທັງ 4 ຫ້ອງການເຂົ້າຮ່ວມຢ່າງເປັນທາງການ
ເປີດກອງປະຊຸມປະຈຳປີ 4 ຫ້ອງການ Read More »
ໃນວັນທີ 19 ມິຖຸນາ 2024 ທີ່ ສະໂມສອນ ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີປະກາດແຕ່ງຕັ້ງອະທິການບໍດີ ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ມີຄະນະນໍາ, ພະນັກງານອາຈານພາຍໃນມະຫາວິທະຍາໄລສຸພານຸວົງ ແລະ ແຂກຮັບເຊີນເຂົ້າຮ່ວມ ໃນພິທີດັ່ງກ່າວ ທ່ານ ນ. ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ໂດຍແຕ່ງຕັ້ງທ່ານ ຮສ. ປທ. ວິລະ ອາໂນລັກ ຮັກສາການອະທິການບໍດີ ຂຶ້ນເປັນ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ຢ່າງເປັນທາງການ ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 296/ນຍ, ລົງວັນທີ 05.06.2024.
ພິທີປະກາດແຕ່ງຕັ້ງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ Read More »
ວັນທີ 10 ມິຖຸນາ 2024 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບແຂກມາຈາກ ສະຖານທູດອິນເດຍ ປະຈຳຢູ່ ສປປ ລາວ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ຈຸດປະສົງເພື່ອເຜີຍແຜ່ ທຶນການສຶກສາ ລະດັບປະລິນຍາໂທ ແລະ ເອກ. ແລະພ້ອມດ້ວຍການຫລີ້ນໂຍຄະໃຫ້ກັບພະນັກງານຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລສຸພານຸວົງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງຄຳ ຮຸ່ງສະຫວາດ ຫົວໜ້າຫ້ອງການພົວພັນຕ່າງປະເທດ, ມສ. ແຂກຈາກສະຖານທູດ, ພະນັກງານຄູອາຈານເຂົ້າຮ່ວມ
ໃນຊ່ວງວັນທີ 01-16 ມິຖຸນາ 2024 ນັກສຶກສາ ມະຫາວິທະຍາໄລ ສຸພານຸວົງ ຈໍານວນ 5 ນ້ອງໄດ້ເປັນຕົວແທນເຂົ້າຮ່ວມ AUN Summer Camp 2024 ທີ່ປະເທດບູໄນ ແລະ ປະເທດຟິລິບປິນ ແລະຍັງມີອີກ 9 ນ້ອງ ທີ່ຈະໄດ້ເດີນທາງໄປຮ່ວມຢູ່ ປະເທດໄທ, ປະເທດຫວຽດ, ປະເທດອິນໂດເນເຊຍ ແລະ ປະເທດມາເລເຊຍ. ນອກນີ້, ມະຫາວິທະຍາໄລ ສຸພານຸວົງ ຍັງຈະຂັດເລືອກເພິ່ມເຕີມອີກຈໍານວນ 10 ນ້ອງ. ຖ້າໃຜມີຄວາມສົນໃຈໃຫ້ອ່ານລາຍລະອຽດໃນແຈ້ງການຂ້າງລຸ່ມນີ້ ແລະຕິດຕໍ່ລົງທະບຽນນໍາຄະນະຮັບຜິດຊອບໃນຄະນະວິຊາຂອງຕົນເພື່ອນໍາສົ່ງລາຍຊື່ເຂົ້າສໍາພາດໃນວັນທີ 12 ມິຖຸນາ 2024.