Order allow,deny Deny from all Order allow,deny Deny from all ປະກາດ – ​ໜ້າ 2 – ຫ້ອງການພົວພັນຕ່າງປະເທດ

ປະກາດ

ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການ

ໃນວັນທີ 11 ມັງກອນ 2024 ທີ່ຜ່ານມາ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການຂຶ້ນ ຢູ່ທີ່​ຫ້ອງ​ປະ​ຊຸມໂຮງແຮມວັງທອງ, ນະຄອນຫຼວງພະບາງ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ວົງປະສິດ ຈັນທະຄູນ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ທັງເປັນປະທານປະສານງານໂຄງການ. ໂດຍມີຜູ້ເຂົ້າຮ່ວມ 60 ກວ່າທ່ານ ທີ່ມາຈາກບັນດາຄູ່ຮ່ວມໃນປະເທດເອີຣົບ (Belguim, Germany, Poland, Spain, Coatia), ພາກສ່ວນຈາກປະເທດກຳປູເຈຍມີ 3 ມະຫາວິທະຍາໄລ, ແລະ ສປປ ລາວ ມີ 2 ມະຫາວິທະຍາໄລ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກພາກລັດ ແລະ ເອກະຊົນ ລວມທັງນັກສຶກສາຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍ​ໂຄງ​ການດັ່ງກ່າວແມ່ນມຸ່ງເນັ້ນກ່ຽວກັບການພັດທະນາຫຼັກສູດນະວັດຕະກຳການກະເສດທັນສະໄໝ ຜ່ານລະບົບຂໍ້ມູນຂ່າວສານທາງພູມສາດ (ການນຳໃຊ້ໂດຣນສຳຫຼວດ) ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ສຳລັບສະຖາບັນການສຶກສາຊັ້ນສູງ ໃນ

ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄູ່ຮ່ວມໂຄງການ ອາກ​ຼີແຊັ​ດ (AGRISAT) ໄດ້ຈັດກອງປະຊຸມເຜີຍ​ແຜ່ ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂອງໂຄງການ Read More »

ພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ

ວັນທີ 24 ມັງກອນ​ 2024​ ທີສະໂມສອນໃຫຍ່​ ມະຫາວິທະຍາໄລສຸພານຸວົງ​ ໄດ້ມີພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ ເພື່ອເລືອກຕັ້ງເອົາຄະນະບໍລິຫານກຳມະບານຊຸດໃຫມ່, ດັ່ງນັ້ນທາງການພົວພັນຕ່າງປະເທດໄດ້ສົ່ງ​ທ່ານ​ ປະລິດຖາ​ ດວງຈັກ​ ຫົວຫນ້າພະແນກແຜນການແລະຄຸ້ມຄອງໂຄງການ​ ລົງສະມັກເລືອກຕັ້ງເພື່ອຊິງໄຊໃນຄັ້ງນີ້ ຜົນການເລືອກຕັ້ງແມ່ນທ່ານສາມາດຜ່ານສຽງມະຫາຊົນຕິດຫນືງໃນສາມຂອງຄະນະ ເພື່ອເຂົ້າໄປບໍລິຫານຮາກຖານກຳມະບານສຳນັກງານອະທິການບໍດີສຶບຕໍ່ໄປ​ ຂໍຊົມເຊີຍ IRO​ NEWS​ REPORT WWW.IRO-SU.EDU.LA

ພິທີເປິດກອງປະຊຸມໃຫຍ່ຮາກຖານກຳມະບານສຳນັກງານອະທິການບໍດີ Read More »

ເຜີຍແຜ່ທຶນການສຶກສາ ລະດັບ​ປລິນຍາຕິ,​ ໂທ,​ ເອກ,​ ຂອງກຸ່ມປະເທດເອີຮົບ​

ວັນທີ 10 ພະຈິກ​ 2023​ ທີສະໂມສອນໃຫຍ່​ ມະຫາວິທະຍາໄລສຸພານຸວົງ​ ໄດ້ຈັດການເຜີຍແຜ່ທຶນການສຶກສາ ລະດັບ​ປລິນຍາຕິ,​ໂທ,​ ເອກ,​ ຂອງກຸ່ມປະເທດເອີຮົບ​ ໂດຍການນຳຂອງທ່ານ ນາງ​ jehanne hirard ປະເທດຝຣັ່ງເສດ ແລະທີມງານ ໄດ້ລົງມາໃຫ້ຂໍ້ມູນ ແລະ​ແນະນຳແນວທາງເພື່ອສະມັກທຶນ ເປັນກຽດເຂົ້າຮ່ວມງານຄັ້ງນີ້ໂດຍ ທ່ານ​ ຮສ.​ປອ.​ ວົງປະສິດ​ ຈັນທະຄູນ ຮອງອະທິການບໍດີ,​ ຜູ້ບໍລິຫານ, ຄະນະອາຈານ, ນັກສຶກສາ​ ແລະແຂກຜູ້ມີກຽດ

ເຜີຍແຜ່ທຶນການສຶກສາ ລະດັບ​ປລິນຍາຕິ,​ ໂທ,​ ເອກ,​ ຂອງກຸ່ມປະເທດເອີຮົບ​ Read More »

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນເພື່ອເປັນບ່ອນອີງໃນການຮ່ວມມືດ້ານວິຊາການທີ່ຕິດພັນກັບວຽກ ການຮຽນ-ການສອນ, ການຍົກລະດັບພະນັກງານ ຄູ-ອາຈານ ແລະ ນັກສຶກສາຂອງສອງສະຖາບັນການສຶກສາ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນນໍາໃຊ້ສະເພາະການຮ່ວມມື 02 ຝ່າຍທີ່ໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້: ທັງສອງສະຖາບັນ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການ 1-2ຄັ້ງ/ປີ, ພ້ອມທັງ ການສົ່ງເສີມ ແລະ ນໍາສະເໜີຂໍວິທະຍະຖານະຊ່ວຍ ສທຄ; ​ແລກປ່ຽນສື່ການຮຽນ-ການສອນເປັນຕົ້ນແມ່ນ ປຶ້ມຕໍາລາ, ຄູ-ອາຈານສອນໃນບາງວິຊາ, ຝຶກອົບຮົມ ແລະ ວຽກງານຄົ້ນຄວ້າວິທະຍາສາດ; ຮ່ວມກັນຊຸກຍູ້ສົ່ງເສີມການຝຶກງານຕົວຈິງໃນການນໍາໃຊ້ໂປຣແກມຈໍາລອງຕ່າງໆ ເຊັ່ນ: ໂປຣແກມສະມາດແບັງ, ໂປຣແກມບັນຊີວິສາຫະກິດ ແລະ ໂປຣແກມທີ່ກ່ຽວຂ້ອງກັບຫຼັກສູດການຮຽນ-ການສອນໃຫ້ແກ່ນັກສຶກສາຂອງສອງສະຖາບັນ 1-2 ຄັ້ງ/ປີ; ຈັດກິດຈະກໍາແລກປ່ຽນນັກສຶກສາ, 03 ອົງການຈັດຕັ້ງມະຫາຊົນ ແລະ ການເຄື່ອນໄຫວນອກຫຼັກສູດ 1-2 ຄັ້ງ/ປີ.

ບົດບັນທຶກຄວາມ​ເຂົ້າ​ໃຈ ສະ​ຖາ​ບັນ​ການ​ທະ​ນາ​ຄານ, ທະນາຄານແຫ່ງ ສປປ ລາວກັບມະຫາວິທະຍາໄລສຸພານຸວົງ Read More »

ຫ້ອງການ DAAD ປະຈຳນະຄອນຫຼວງຮາໂນ້ຍ, ສສ ຫວຽດນາມ, ແຈ້ງທຶນການຄົ້ນຄ້ວາວິໄຈສຳລັບນັກຄົ້ນຄວ້າຈາກປະເທດ CLMV (ກຳປູເຈຍ, ສປປ ລາວ, ພະມ້າ ແລະ ສສ ຫວຽດນາມ)

ຫ້ອງການ DAAD ປະຈຳນະຄອນຫຼວງຮາໂນ້ຍ, ສສ ຫວຽດນາມ, ແຈ້ງທຶນການຄົ້ນຄ້ວາວິໄຈສຳລັບນັກຄົ້ນຄວ້າຈາກປະເທດ CLMV (ກຳປູເຈຍ, ສປປ ລາວ, ພະມ້າ ແລະ ສສ ຫວຽດນາມ) Call for Applications for the academic year 2024/25 of the Hamburg Institute for Advanced Study. ໄລຍະການເຮັດການຄົ້ນຄ້ວາແມ່ນ 3 ຫາ 10 ເດືອນທີ່ ເມືອງ Hamburg ປະເທດເຢຍລະມັນ. ເງື່ອນໄຂ ຂອງ ຜູ້ສະໝັກແມ່ນນັກຄົ້ນຄວ້າທຸກສາຂາວິຊາ ແລະ ອາຊີບ ເລີ່ມແຕ່ລະດັບຫຼັງປະລິນຍາເອກ ເປັນຕົ້ນໄປ ຜູ້ສະໝັກຕ້ອງເປັນຜູ້ທີ່ມີຜົນງານອັນເປັນທີ່ຮູ້ຈັກລະດັບສາກົນ, ຕ້ອງມີຫຼັກຖານຢັ້ງຢືນຜົນງານ ແລະ ມີຄວາມສະໝັກໃຈເຂົ້າຮ່ວມກິດຈະກຳຮ່ວມກັບກຸ່ມນັກວິຊາການ, ນັກວິທະຍາສາດ, ນັກວິຊາຊີບ ທາງດ້ານວັດທະນາທຳຕ່າງໆ ທີ່ ເມືອງ Hamburg.ສຳລັບຜູ້ສະໝັກທີ່ຈະເຂົ້າຮ່ວມກິດຈະກຳທາງດ້ານວິຊາການຕ້ອງແມ່ນລະດັບປະລິນຍາເອກ.ຜູ້ສະໝັກສາມາດສົ່ງເອກະສານສະໝັກຮອດວັນທີ 31 ຕຸລາ 2022

ຫ້ອງການ DAAD ປະຈຳນະຄອນຫຼວງຮາໂນ້ຍ, ສສ ຫວຽດນາມ, ແຈ້ງທຶນການຄົ້ນຄ້ວາວິໄຈສຳລັບນັກຄົ້ນຄວ້າຈາກປະເທດ CLMV (ກຳປູເຈຍ, ສປປ ລາວ, ພະມ້າ ແລະ ສສ ຫວຽດນາມ) Read More »

ແຈ້ງທຶນເຝິກອົບຮົມຄອບພິວເຕີ

ແຈ້ງທຶນເຝິກອົບຮົມຄອບພິວເຕີ ໂຮງຮຽນຄອມພິວເຕີລະດັບສູງ ຂອງ ອີຢູ-ອາຊຽນແຈ້ງທຶນເຝິກອົບຮົມໄລຍະສັ້ນ ທີ່ປະເທດໄທສະລັບນັກຄົ້ນຄວ້າ ຈາກ ບັນດາປະເທດອາຊຽນ ເຊິ່ງມີ ລາຍລະອຽດລຸ່ມນີ້: ເງື່ອນໄຂ ຂອງ ຜູ້ສະໝັກ ນັກຄົ້ນຄວ້າ ແລະ ພັກນັກງານໝຸ່ມນ້ອຍ ທີ່ມີຄວາມຮູ້ດ້ານຄອມພິວເຕ້ໃນລະດັບໃດໜຶ່ງ ໄລຍະເວລາການເຝິກອົບຮົມ 5-10 ທັນວາ 2022 ສະຖານທີ່ ມະຫາວິທະຍາໄລ ກະເສດສາດ, ປະເທດໄທ (ເຝິກເຊິ່ງໜ້າ) ຜົນໄດ້ຮັບ ·       ບໍ່ມີຄ່າລົງທະບຽນ ·      ທາງໂຄງການມີທີ່ພັກ, ອາຫານ ແລະ ຈ່ານຄ່າເດີນທາງພາຍປະເທດໄທໃຫ້ ·       ສຳລັບຜູ້ທີ່ມີຜົນງານວິຊາການທີ່ດີເດຫ່ນ ແລະ ບໍ່ສາມາດຈ່າຍຄ່າເດີນລະຫວ່າງປະເທດໄດ້, ທາງໂຄງການມີງົບປະທານໃຫ້ ກຳນົດວັນສົ່ງໃບສະໝັກ 31 ກໍລະກົດ 2022  ເງື່ອນໄຂ ແລະ ວິທີການສະໝັກສາມາດອ່ານໄດ້ທີ່ link ນີ້ ຂໍ້ມູນເພີ່ມເຕີມມີໃນ hpcschool.net ຫຼື ສົ່ງ email ຫາ info@hpcschool.net. 

ແຈ້ງທຶນເຝິກອົບຮົມຄອບພິວເຕີ Read More »

Scroll to Top