ຂ່າວ

ໃນມື້ວັນທີ 8 ມິຖຸນາ 2022 ພະນັກງານຫ້ອງການພົວພັນຕ່າງປະເທດ ໄດ້ໄປແລກປ່ຽນບົດຮຽນການເຮັດວຽກກ່ຽວກັບການຮ່ວມມືສາກົນ

ໃນມື້ວັນທີ 8 ມິຖຸນາ 2022 ພະນັກງານຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລ ສຸພານຸວົງ ໄດ້ໄປແລກປ່ຽນບົດຮຽນການເຮັດວຽກກ່ຽວກັບການຮ່ວມມືສາກົນ ຮ່ວມກັບກົມສຶກສາຊັ້ນສູງ ແລະ ກົມພົວພັນ ກັບຕ່າງປະເທດ ຂອງ ກະຊວງສຶກສາທິການ ແລະ ກິລາ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມສຶກສາຊັ້ນສູງ ແລະ ທ່ານ ພູວັນ ວົງສຸທິ ຮອງ ຫົວໜ້າກົມຮ່ວມືກັບຕ່າງປະເທດ ພ້ອມດ້ວຍພະນັກງານ ຂອງ ສອງກົມຢ່າງອົບອຸ່ນ. ຈຸດປະສົງ ຂອງການພົບປະ ແລະ ແລກປ່ຽນຮ່ວມກັບສອງກົມນີ້ ແມ່ນເພື່ອເສີມສ້າງ ຄວາມສາມາດໃນການເຮັດວຽກ ຂອງ ພະນັກງານ, ເພີ່ມທະວີຄວາມເຈົ້າໃຈ, ການຮ່ວມມື ແລະ ຮັດແໜ້ນສາຍ ສຳພັນ ລະຫວ່າງສອງກົມທີ່ຮັບຜິດຊອບ ມະຫາວິທະຍາໄລ ສຸພານຸວົງ ໂດຍສະເພາະແມ່ນວຽກງານການຮ່ວມມືກັບສາກົນ.  ຫົວຂໍ້ ຂອງ ການແລກປ່ຽນ ປະກອບມີຫຼັກການປະກອບເອກະສານທາງລັດຖະການໂດຍສະເພາະແມ່ນ ການຂໍອະນຸມັດ ເຊັນບົດບັນທຶກຄວາມເຂົ້າໃຈ, ການເຊັນສັນຍາ, […]

ໃນມື້ວັນທີ 8 ມິຖຸນາ 2022 ພະນັກງານຫ້ອງການພົວພັນຕ່າງປະເທດ ໄດ້ໄປແລກປ່ຽນບົດຮຽນການເຮັດວຽກກ່ຽວກັບການຮ່ວມມືສາກົນ Read More »

ວັນທີ: 24, 26, 30 ແລະ 31 ພຶດສະພາ 2022 ພະນັກງານຫ້ອງການພົວພັນຕ່າງປະເທດ ໄດ້ເຂົ້າຮ່ວມການເຝິກອົບຮົມໂຄງການ

ພະນັກງານຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລ ສຸພານວົງ ໄດ້ເຂົ້າຮ່ວມການເຝິກອົບຮົມກ່ຽວກັບການໃຫ້ ການບໍລິການ ຂອງ ຫ້ອງການພົວພັນຕ່າງປະເທດ ທີ່ຈັດຂຶ້ນໂດຍ ມະຫາວິທະຍາໄລ ໂບໂລຍາ ປະເທດອີຕາລີ ຜ່ານລະບົບທາງໄກ ໃນມື້ວັນທີ: 24, 26, 30 ແລະ 31 ພຶດສະພາ 2022 ພາຍໃຕ້ແຜນກິດຈະກຳ ຂອງ ໂຄງການ OPEN-ing Laos Higher Education System to Internationalisation Strategies (ເຊິ່ງເປັນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງການພົວພັນຕ່າງປະເທດ ຂອງ ສະຖາບັນການສຶກສາ ຊັ້ນສູງ ໃນ ສປປ ລາວ ໃນການກຽມຄວາມພ້ອມເພື່ອຫັນສູ່ຄວາມເປັນສາກົນ) ທີ່ໃຫ້ການສະໜັບສະໜູນໂດຍສະຫະພາບເອີຣົບ.   ຈຸດປະສົງຫຼັກ ຂອງ ການເຝິກອົບຮົມຄັ້ງນີ້ແມ່ນເພື່ອແລກປ່ຽສປະສົບການ ແລະ ສຶກສາຕົວແບບ ໃນການຈັດຕັ້ງ ປະຕິບັດວຽກງານຮ່ວມມືສາກົນຈາກ ມະຫາວິທະຍາໄລ ຂອງ ບັນດາປະເທດສະມາຊິກສະຫະພາບເອີຣົບ. ຫົວຂໍ້ການເຝິກອົບຮົມປະກອບມີ ຂະບວນການຕົວແບບໂບໂລຍາ (Bologna Process)

ວັນທີ: 24, 26, 30 ແລະ 31 ພຶດສະພາ 2022 ພະນັກງານຫ້ອງການພົວພັນຕ່າງປະເທດ ໄດ້ເຂົ້າຮ່ວມການເຝິກອົບຮົມໂຄງການ Read More »

Scroll to Top